• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນິງ​ບິ່ງ​ສົ່ງ​ເສີມ​ການ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຢູ່ ອິ​ນ​ເດຍ

ນິງບິ່ງຍາມໃດກໍ່ຕ້ອນຮັບບັນດາວິສາຫະກິດ, ນັກລົງທຶນ, ອົງການທ່ອງທ່ຽວ, ຮູບເງົາ ຂອງອິນເດຍ ມາຊອກຮູ້, ຄົ້ນຫາ ແລະ ສຳຫຼວດເພື່ອຈັດຕັ້ງບັນດາລາຍການທ່ອງທ່ຽວເຂົ້າຮ່ວມກອງປະຊຸມສົມທົບກັບການພັກຜ່ອນບຳລຸງສຸຂະພາບ(MICE)…
ການພົບປະລະຫວ່າງສອງຝ່າຍ (ພາບ: VOV)

ໃນລະຫວ່າງວັນທີ 26 – 27 ກໍລະກົດ, ທ່ານ ຟ້າມກວາງງອກ, ປະທານຄະນະກຳມະການປະຊາຊົນແຂວງ ນິງບິ່ງ, ມີການເຮັດວຽກຢູ່ ນະຄອນ Mumbai, ລັດ Maharashtra ພາກຕາເວັນຕົກປະເທດ ອິນເດຍ, ເພື່ອແນໃສ່ສົ່ງເສີມການໂຄສະນາການທ່ອງທ່ຽວ, ແນະນຳກ່ຽວກັບບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງດ້ານເສດຖະກິດກໍຄື ບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມໃຈຂອງບັນດາແຂວງຕໍ່ບັນດາຄູ່ຮ່ວມມືອິນເດຍ. ໃນຂອບເຂດການເຮັດວຽກ, ການນຳແຂວງນິງບິ່ງ ໄດ້ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Mumbai ຈັດຕັ້ງການພົບປະກັບສະຫະພັນທ່ອງທ່ຽວອິນເດຍ (TAFI) ແລະ ການໂອ້ລົມສົນທະນາ ກັບບາງອົງການທ່ອງທ່ຽວ ແລະ ບໍລິສັດຜະລິດຮູບເງົາ Bollywood ຢູ່ Mumbai.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຟ້າມກວາງງອກ ໄດ້ຢັ້ງຢືນວ່າ ນິງບິ່ງຍາມໃດກໍ່ຕ້ອນຮັບບັນດາວິສາຫະກິດ, ນັກລົງທຶນ, ອົງການທ່ອງທ່ຽວ, ຮູບເງົາ ຂອງອິນເດຍ ມາຊອກຮູ້, ຄົ້ນຫາ ແລະ ສຳຫຼວດເພື່ອຈັດຕັ້ງບັນດາລາຍການທ່ອງທ່ຽວເຂົ້າຮ່ວມກອງປະຊຸມສົມທົບກັບການພັກຜ່ອນບຳລຸງສຸຂະພາບ(MICE)…ການນຳແຂວງ ກໍ່ໃຫ້ຄຳໝັ້ນສັນຍາສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາຄູ່ຮ່ວມມືເພີ່ມທະວີການຊຸກຍູ້ການທ່ອງທ່ຽວ ອິນເດຍກັບ ຫວຽດນາມ ເວົ້າລວມ ແລະ ນິງບິ່ງເວົ້າສະເພາະ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ G7 ອອກ​ຖະ​ແຫຼງ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ໃນ​ໂລກ

ບັນ​ດາ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ G7 ອອກ​ຖະ​ແຫຼງ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ໃນ​ໂລກ

ບັນດາລັດຖະມົນຕີການຕ່າງປະເທດ G7 ກໍ່ກ່າວເຕືອນ ຈະເພີ່ມທະວີຄຳສັ່ງລົງໂທດດ້ານເສດຖະກິດຕໍ່ ລັດເຊຍ ແລະ ໝູນໃຊ້ມາດຕະການສຳລັບບັນດາຝ່າຍທີ່ໜູນຊ່ວຍດ້ານການເງິນ ໃຫ້ແກ່ບັ້ນການທະຫານພິເສດຂອງ ລັດເຊຍ.

Top