• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ ຮວາລື (ນິງບິ່ງ) ກາຍເປັນ “ເຂດຕົວເມືອງມໍລະດົກສະຫັດສະວັດ”

ແຂວງ ນິງບິ່ງ ຕ້ອງສຸມໃສ່ລົງທຶນພື້ນຖານໂຄງລ່າງສີຂຽວ, ພະລັງງານສະອາດ, ພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງອັດສະລິຍະ.
ທີ່ພິທີປະກາດສ້າງຕັ້ງນະຄອນ ຮວາລື (ພາບ: VGP)

ກ່າວຄຳເຫັນທີ່ພິທີປະກາດສ້າງຕັ້ງນະຄອນ ຮວາລື ແລະ ຮັບຮູ້ນະຄອນ ຮວາລື ແມ່ນເຂດຕົວເມືອງປະເພດ 1 ໄດ້ຈັດຂຶ້ນໃນຕອນຄ່ຳວັນທີ 19 ມັງກອນ, ຢູ່ແຂວງ ນິງບິ່ງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຊີ້ແຈ້ງວ່າ, ເພື່ອໃຫ້ ຮວາລື ກາຍເປັນ “ເຂດຕົວເມືອງມໍລະດົກສະຫັດສະວັດ” ທີ່ເປັນເອກະລັກສະເພາະ, ດີເດັ່ນຂອງພາກພື້ນ ອາຊີ - ປາຊີຟິກ, ອຳນາດການປົກຄອງ ແລະ ປະຊາຄົມວິສາຫະກິດ, ປະຊາຊົນແຕ່ລະຄົນຕ້ອງມີວິໄສທັດ, ມີຈິນຕະນາການທີ່ແຕກຕ່າງກັນ ແລະ ວິທີເຮັດວຽກຢ່າງມີຫົວຄິດປະດິດສ້າງ, ບັນລຸຜົນສຳເລັດ. ນິງບິ່ງ ຕ້ອງກວດກາຄືນ, ວາງແຜນຜັງພັດທະນາເຂດຕົວເມືອງ ຮວາລື ໃຫ້ສົມບູນແບບ, ດ້ວຍຂອບຂະໜາດ ແລະ ເປັນແບບຢ່າງຂອງເຂດຕົວເມືອງມໍລະດົກ, ສູນອຸດສາຫະກຳວັດທະນະທຳ ດ້ວຍວິໄສທັດ 100 ປີ.

        ທ່ານຮອງນາຍົກລັດຖະມົນຕີກໍ່ໃສ່ໃຈວ່າ, ແຂວງ ນິງບິ່ງ ຕ້ອງສຸມໃສ່ລົງທຶນພື້ນຖານໂຄງລ່າງສີຂຽວ, ພະລັງງານສະອາດ, ພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງອັດສະລິຍະ; ໃຫ້ບຸລິມະສິດເປີດກວ້າງເຂດວັດທະນະທຳຕົວເມືອງ, ໂດຍສະເພາະແມ່ນເຂດວັດທະນະທຳສາທາລະນະ ຕອບສະໜອງຄວາມຕ້ອງການປະດິດຄິດສ້າງ ແລະ ການຊົມໃຊ້ຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)

ວັນ​ທີ 18 ກຸມ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເລີ່ມ​ດຳ​ເນີນ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ

ວັນ​ທີ 18 ກຸມ​ພາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເລີ່ມ​ດຳ​ເນີນ​ການ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມ​ລິ​ກາ

ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະມີການປະຕິບັດງານຢູ່ ອາເມລິກາ ແລະ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ.

Top