• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ ຫວຽດນາມ ກາຍເປັນປະເທດບໍ່ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຍ້ອນລູກລະເບີດບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມໂດຍໄວ

ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງ ຈາກສົງຄາມ. ເພາະສະນັ້ນ, ໃນໄລຍະຫຼາຍປີຜ່ານມາ, ຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເວົ້າລວມ ແລະ ຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກເວົ້າສະເພາະ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ວັນທີ 17 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະ ທາດພິດເຄມີ ພາຍຫຼັງສົງຄາມຢູ່ ຫວຽດນາມ, ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມສະຫຼຸບການປະຕິບັດໂຄງການເຄື່ອນໄຫວແຫ່ງຊາດກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ພາຍຫຼັງສົງຄາມ ຢູ່ ຫວຽດນາມ ໄລຍະ 2010 – 2020 ແລະ ກຳນົດທິດໜ້າທີ່ວຽກງານໄລຍະ 2021 – 2025 (ໂຄງການ 504).

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງ ຈາກສົງຄາມ. ເພາະສະນັ້ນ, ໃນໄລຍະຫຼາຍປີຜ່ານມາ, ຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເວົ້າລວມ ແລະ ຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກເວົ້າສະເພາະ.

ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສືບຕໍ່ມີມາດຕະການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກໃຫ້ດີກວ່າອີກ.

ຕ້ອງກຳນົດວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ແລະ ທາດພິດເຄມີທີ່ຕົກຄ້າງຈາກສົງຄາມ ແມ່ນໜ້າທີ່ຮີບດ່ວນ ແລະ ຈຳເປັນ, ປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍປົກປ້ອງຊີວິດອິນຊີ, ສຸຂະພາບ, ຄວາມປອດໄພໃຫ້ແກ່ປະຊາຊົນ, ທຳຄວາມສະອາດສິ່ງແວດລ້ອມ, ອຳນວຍຄວາມສະດວກແກ່ການພັດທະນາເສດຖະກິດ - ສັງຄົມແບບຍືນຍົງ. ສືບຕໍ່ຕີລາຄາຄວາມອັນຕະລາຍຂອງລູກລະເບີດບໍ່ທັນແຕກນັ້ນ ໃຫ້ເປັນຢ່າງດີ ເພື່ອວາງອອກໜ້າທີ່ໃຫ້ແກ່ໄລຍະຈະມາເຖິງ; ສືບຕໍ່ສຳຫຼວດກວດຄືນ, ສ້າງລະບົບລະບອບ, ນະໂຍບາຍ, ກອບນິຕິກຳກ່ຽວກັບວຽກງານນີ້ໃຫ້ສົມບູນແບບ, ຮັບປະກັນຄວາມເປັນເອກະພາບ ແລະ ຮອບດ້ານ”.

 


(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top