• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ ເຝີ ຫວຽດ ໄປ​ສູ່ ສິງ​ກະ​ໂປ

ຢູ່ສູນ Our Tampines Hub, ປະຊາຊົນ ສິງກະໂປ ແລະ ແຂກທ່ອງທ່ຽວ ຈະໄດ້ຊິມລົດຊາດຂອງເຝີ ຫວຽດນາມ ໂດຍນັກສິລະປະການ ແລະ ພໍ່ຄົວຂອງໂຮງແຮມ 5 ດາວ ໃນລະບົບ Saigontourist Group ພ້ອມກັບບັນດາເຄື່ອງໝາຍການຄ້າ ເຝີທີ່ມີສື່ສຽງ, ເຊັ່ນ: ເຝີ ຖິ່ນ ແຄມໜອງຮວ່ານກຽມ, ເຝີ ຝູຢາ, ເຝີ ເວື້ອງ… ປຸງແຕ່ງຢູ່ກັບບ່ອນ.
ການຖະແຫຼງຂ່າວ (ພາບ: baodautu.vn)

ງານບຸນ ເຝີ ຫວຽດນາມ - Vietnam ເຝີ Festival 2025 ຈະດຳເນີນໃນລະຫວ່າງວັນທີ 18 – 19 ຕຸລາ ຢູ່ສູນ Our Tampines Hub, ສິງກະໂປ. ເຫດການດັ່ງກ່າວໂດຍສະຖານທູດ ຫວຽດນາມ ປະຈຳ ສິງກະໂປ, ໜັງສືພິມ ຕວຍແຈ໋ (ໄວໜຸ່ມ) ແລະ Saigontourist Group ສົມທົບກັນຈັດຂຶ້ນ. ດ້ວຍສານທີ່ວ່າ “ເຝີ - Enjoying together, growing together”, ງານບຸນດັ່ງກ່າວ ບໍ່ພຽງແຕ່ເຊື້ອເຊີນເພື່ອນມິດສາກົນຊິມອາຫານທີ່ມີຊື່ສຽງຂອງ ຫວຽດນາມ ເຊິ່ງ CNN ເຄີຍຈັດເຂົ້າກຸ່ມ “ ອາຫານ 50 ເຍື່ອງທີ່ຄວນຊິມໃນໂລກ” ເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງຄວາມຜູກພັນໃນປະຊາຄົມ, ເປີດໂອກາດຮ່ວມມືໃໝ່ກ່ຽວກັບການທ່ອງທ່ຽວ, ການຄ້າ ແລະ ການລົງທຶນສອງຝ່າຍ.

        ຢູ່ສູນ Our Tampines Hub, ປະຊາຊົນ ສິງກະໂປ ແລະ ແຂກທ່ອງທ່ຽວ ຈະໄດ້ຊິມລົດຊາດຂອງເຝີ ຫວຽດນາມ ໂດຍນັກສິລະປະການ ແລະ ພໍ່ຄົວຂອງໂຮງແຮມ 5 ດາວ ໃນລະບົບ Saigontourist Group ພ້ອມກັບບັນດາເຄື່ອງໝາຍການຄ້າ ເຝີທີ່ມີສື່ສຽງ, ເຊັ່ນ: ເຝີ ຖິ່ນ ແຄມໜອງຮວ່ານກຽມ, ເຝີ ຝູຢາ, ເຝີ ເວື້ອງ… ປຸງແຕ່ງຢູ່ກັບບ່ອນ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top