• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ ບັນ​ລຸ 100 ຕື້ USD ໂດຍ​ໄວ

ຕອນບ່າຍວັນທີ 15 ກໍລະກົດ, ຢູ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ມີການໂອ້ລົມສົນທະນາທາງໂທລະສັບກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຫວຽດນາມ ຖືການພົວພັນກັບ ສ.ເກົາຫຼີ ເປັນສຳຄັນ ເຊິ່ງແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ, ຍາວນານຂອງ ຫວຽດນາມ; ພ້ອມທັງຕີລາຄາສູງເລື່ອງ ສ.ເກົາຫຼີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ ຂອງ ສ.ເກົາຫຼີ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ ສ.ເກົາຫຼີ  ສືບຕໍ່ເອົາໃຈໃສ່, ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ແລະ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນ ຢູ່ ຫວຽດນາມ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae - in ໃນການຢ້ຽມຢາມ ຫວຽດນາມ ເມື່ອເດືອນມີນາ 2018 (ພາບ: vov.vn)

ສ່ວນທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ກໍຢັ້ງຢືນວ່າຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ.ເກົາຫຼີ. ທ່ານປະທານາທິບໍດີ Moon Jae – in ໃຫ້ຮູ້ວ່າ, ສ.ເກົາຫຼີ ຈະສືບຕໍ່ໜູນຊ່ວຍ ແລະ ຮ່ວມມືກັບ ຫວຽດນາມ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງແໜ້ນແຟ້ນ; ທ່ານກໍປາດຖະໜາວ່າ ຈະເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດເສດຖະກິດ, ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ຫຼາຍກວ່າອີກ… ເພື່ອແນໃສ່ນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 100 ຕື້ USD, ນຳສາຍພົວພັນລະຫວ່າງ ສ.ເກົາຫຼີ - ຫວຽດນາມ ພັດທະນາຂຶ້ນສູ່ລະດັບສູງໃໝ່, ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ຄົບຮອບ 30 ປີ ໃນປີ 2022.

        ທີ່ການໂອ້ລົມສົນທະນາ, ການນຳສອງທ່ານກໍໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)


ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top