• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ໃຫ້​ບັນ​ລຸ​ 10 ຕື້ USD ໃນ​ປີ 2030

ວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາຕ່ຳ ສະຫະພັນ ລັດເຊຍ Vyacheslav Victorovich Volodin.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານສະພາຕ່ຳ ສະຫະພັນ ລັດເຊຍ Vyacheslav Victorovich Volodin (ພາບ: quochoi.vn)

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານປະທານສະພາຕ່ຳ ສະຫະພັນ ລັດເຊຍ Vyacheslav Victorovich Volodin ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະຫະພັນ ລັດເຊຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 15 – 16 ຕຸລາ. ວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາຕ່ຳ ສະຫະພັນ ລັດເຊຍ Vyacheslav Victorovich Volodin. ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະເຈລະຈາ.

ໃນການພົບປະເຈລະຈາ, ການນຳສອງທ່ານໄດ້ສະເໜີວ່າ ສອງຝ່າຍຕ້ອງສືບຕໍ່ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືໃຫ້ມີປະສິດທິຜົນ ດ້ວຍທຸກຊ່ອງທາງ, ໂດຍສະເພາະແມ່ນຊ່ອງທາງພັກ ແລະ ສະພາແຫ່ງຊາດ. ສອງຝ່າຍໄດ້ເຫັນດີສົມທົບກັນໃນບັນດາເວທີປາໄສຫຼາຍຝ່າຍ, ອາຊຽນ ແລະ ສປຊ. ກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ, ການນຳສອງທ່ານກໍ່ໄດ້ເຫັນດີເປັນເອກະພາບ ໂດຍຖືວ່າ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນຮ່ວມມືສອງຝ່າຍ.     

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນ ລັດເຊຍ ເສີມຂະຫຍາຍບົດບາດຕັ້ງໜ້າຢູ່ ອາຊີ - ປາຊີຟິກ; ພ້ອມແລ້ວທີ່ຈະເປັນຂົວຕໍ່ເພື່ອຊຸກຍູ້ການຮ່ວມມືລະຫວ່າງ ສະຫະພັນ ລັດເຊຍ ແລະ ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ສະເໜີ ສະຫະພັນ ລັດເຊຍ ສະໜັບສະໜູນຫຼັກໝັ້ນຂອງ ອາຊຽນ ແລະ ຫວຽດນາມ ໃນການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນໃນນັ້ນມີ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982; ປະກອບສ່ວນຊຸກຍູ້ບັນດາຝ່າຍສ້າງ ແລະ ປະຕິບັດ ກົດແຫ່ງການປະພຶດຢູ່ທະເລຕາເວັນອອກໂດຍໄວ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກໍສະເໜີໃຫ້ ລັດເຊຍ ພິຈາລະນາຫຼຸດຜ່ອນລະບຽບການນຳເຂົ້າບັນດາປະເພດຜະລິດຕະພັນກະເສດ - ສິນໃນນ້ຳຂອງ ຫວຽດນາມ; ຊຸກຍູ້ການເຈລະຈາ, ຍົກລະດັບ, ປັບປຸງ, ເພີ່ມເຕີມສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພັນເສດຖະກິດ ອາຊີ - ເອີຣົບ (EAEU), ມຸ່ງໄປເຖິງເປົ້າໝາຍນຳວົງເງິນການຄ້າ ຫວຽດນາມ - ລັດເຊຍ ໃຫ້ບັນລຸ 10 ຕື້ USD ໃນປີ 2030.

ສ່ວນທ່ານປະທານສະພາຕ່ຳ ສະຫະພັນ ລັດເຊຍ Victorovich Volodin ກໍ່ສະໜັບສະໜູນບັນດາຂໍ້ສະເໜີແນະຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່ຽວກັບການຮ່ວມມືສອງຝ່າຍ. ທ່ານປະທານສະພາຕ່ຳ ສະຫະພັນ ລັດເຊຍ ກໍເນັ້ນໜັກເຖິງບົດບາດຂອງ ຄະນະກຳມາທິການຮ່ວມມື ລັດຖະສະພາ ລະຫວ່າງ ສະຫະພັນ ລັດເຊຍ ແລະ ສະພາແຫ່ງຊາດ ຫວຽດນາມ  ໃນການປຶກສາຫາລືບັນດາຂໍ້ສະເໜີແນະນີ້ຢ່າງລະອຽດ, ຈາກນັ້ນ ກໍ່ປະກອບສ່ວນເປີດກວ້າງໂຄງການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ແລະ ສອງຊາດ.

(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງເດີ​ນ​ທາງ ຮອດ ນະ​ຄອນຫຼວງ Warsaw ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ໂປ​ໂລຍ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງຈິງເດີ​ນ​ທາງ ຮອດ ນະ​ຄອນຫຼວງ Warsaw ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ໂປ​ໂລຍ

ການຢ້ຽມຢາມໂປໂລຍຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນເພື່ອແນໃສ່ສ້າງບາດກ້າວບຸກທະລຸ, ຍົກລະດັບການພົວພັນລະຫວ່າງສອງປະເທດ, ຜ່ານນັ້ນກໍ່ຍູ້ແຮງ ແລະ ເຮັດໃຫ້ການພົວພັນກັບພາກພື້ນເອີລົບຕາເວັນອອກກາງ ເລິກເຊິ່ງກ່ວາອີກ

Top