• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ລາວ​ເຂົ້າ​ສູ່​ລວງ​ເລິກ

ລັດຖະມົນຕີສອງທ່ານໄດ້ປຶກສາຫາລືການສົມທົບກັນຊຸກຍູ້ບັນດາໂຄງການຮ່ວມມືທີ່ສຳຄັນ ລະຫວ່າງສອງປະເທດ, ເພີ່ມທະວີການສົມທົບກັນຄຸ້ມຄອງເຂດຊາຍແດນເພື່ອສະກັດກັ້ນການເຂົ້າອອກເມືອງຢ່າງຜິດກົດໝາຍ.
ການພົບປະລະຫວ່າງສອງຝ່າຍ

ຕອນຄ່ຳວັນທີ 6 ມິຖຸນາ ຢູ່ນະຄອນ ຈຸງກິ່ງ, ປະເທດຈີນ, ທ່ານ ບຸນແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບ ທ່ານ  ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ຢູ່ນອກກອງປະຊຸມພິເສດລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ແລະ ກອງປະຊຸມລັດຖະມົນຕີຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ ຄັ້ງທີ 6.

ເພື່ອແນໃສ່ສືບຕໍ່ນຳການຮ່ວມມືລະຫວ່າງ ຫວຽດນາມ - ລາວ ເຂົ້າສູ່ລວງເລິກ, ລັດຖະມົນຕີກະຊວງການຕ່າງປະເທດ 2 ທ່ານ ໄດ້ເຫັນດີເປັນເອກະພາບ ສົມທົບກັນຊຸກຍູ້ການພົບປະ, ແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ພາຍໃຕ້ຫຼາຍຮູບແບບ, ສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ, ເປັນຕົ້ນແມ່ນບັນດາກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ, ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດຄືປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ ແລະ ການລົງທຶນ…ຢ່າງບໍ່ຢຸດຢັ້ງ. ລັດຖະມົນຕີສອງທ່ານໄດ້ປຶກສາຫາລືການສົມທົບກັນຊຸກຍູ້ບັນດາໂຄງການຮ່ວມມືທີ່ສຳຄັນ ລະຫວ່າງສອງປະເທດ, ເພີ່ມທະວີການສົມທົບກັນຄຸ້ມຄອງເຂດຊາຍແດນເພື່ອສະກັດກັ້ນການເຂົ້າອອກເມືອງຢ່າງຜິດກົດໝາຍ. ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອານຸພາກພື້ນ, ພ້ອມກັບບັນດາປະເທດສະມາຊິກຮັກສາຄວາມສາມັກຄີ ແລະ ພ້ອມກັນປັບປຸງບົດບາດເປັນໃຈກາງຂອງອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍລວມຢ່າງມີປະສິດທິຜົນ.

ກ່ຽວກັບການຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ລາວ, ລັດຖະມົນຕີສອງຝ່າຍໄດ້ຢັ້ງຢືນຈະສືບຕໍ່ສົມທົບກັນຜັນຂະຫຍາຍຂໍ້ຕົກລົງການຮ່ວມມືລະຫວ່າງສອງຝ່າຍໄລຍະ 2021 – 2025 ຢ່າງມີປະສິດທິຜົນ, ໃນນັ້ນມີການຈັດຕັ້ງບັນດາການປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ແລະ ຮອງລັດຖະມົນຕີການຕ່າງປະເທດ, ຍູ້ແຮງການແລກປ່ຽນ, ຄົ້ນຄ້ວາຍຸດທະສາດ ແລະ ພົວພັນແລກປ່ຽນຢ່າງເປັນປະຈຳລະຫວ່າງບັນດາໜ່ວຍງານຫຼັກແຫຼ່ງຂອງສອງກະຊວງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top