• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - OECD ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ

ທີ່ການຕ້ອນຮັບ, ທ່ານ ບຸຍແທັງເຊີນ ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຜັນຂະຫຍາຍບົດບັນທຶກຊ່ວຍຈຳແຫ່ງການຮ່ວມມື (MOU) ລະຫວ່າງ ຫວຽດນາມ ແລະ OECD.
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານ Mathias Cormann, ເລຂາທິການໃຫຍ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (ພາບ: TTXVN)

ຕອນບ່າຍວັນທີ 26 ຕຸລາ,ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ Mathias Cormann, ເລຂາທິການໃຫຍ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ໃນໂອກາດມາເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດເວທີປາໄສ ລັດຖະມົນຕີ OECD - ອາຊີຕາເວັນອອກສ່ຽງໃຕ້ ປີ 2023 ດ້ວຍຫົວຂໍ້ “ການລົງທຶນແບບຍືນຍົງ ແລະ ມີຄຸນນະພາບ: ກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມື OECD - ອາຊີຕາເວັນອອກສ່ຽງໃຕ້”.

ທີ່ການຕ້ອນຮັບ, ທ່ານ ບຸຍແທັງເຊີນ ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຜັນຂະຫຍາຍບົດບັນທຶກຊ່ວຍຈຳແຫ່ງການຮ່ວມມື (MOU) ລະຫວ່າງ ຫວຽດນາມ ແລະ OECD. ທ່ານລັດຖະມົນຕີ ຫວັງວ່າ OECD ຈະສືບຕໍ່ໜູນຊ່ວຍໃນການສະເໜີແນະນະໂຍບາຍ ໃຫ້ແກ່ ຫວຽດນາມ, ສຸມໃສ່ເຂົ້າບັນດາຂົງເຂດຄື ພາສີຢູ່ລະດັບຕ່ຳສຸດໃນທົ່ວໂລກ, ຫຼຸດຜ່ອນການປ່ອຍທາດ ກາກບອນ, ປົກປັກຮັກສາສິ່ງແວດລ້ອມ, ເຕັກໂນໂລຢີສູງ, ເຄື່ອງເຄິ່ງຊັກນຳໄຟຟ້າ, ການຫັນເປັນດີຈີຕອນ, ປັນຍາປະດິດ… ທ່ານລັດຖະມົນຕີ ກໍ່ສະເໜີໃຫ້ OECD ສືບຕໍ່ໜູນຊ່ວຍການຈັດສົ່ງພະນັກງານປະສານງານຂອງ ຫວຽດນາມ ໄປເຮັດວຽກຢູ່ OECD.

ສ່ວນທ່ານ Mathias Cormann ສະແດງຄວາມປະທັບໃຈຕໍ່ບັນດາຈຸດພົ້ນເດັ່ນແຫ່ງການພັດທະນາເສດຖະກິດຂອງ ຫວຽດນາມ ໃນປີ 2023 ໃນສະພາບການອ່ອນຕົວຂອງເສດຖະກິດທົ່ວໂລກ. ທ່ານ Mathias Cormann ຢັ້ງຢືນວ່າ OECD ແລະ ບັນດາປະເທດສະມາຊິກ ຈະສືບຕໍ່ຮ່ວມເດີນທາງກັບ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ນຳການພົວພັນຮ່ວມມື ລະຫວ່າງສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ຕິດພັນກັບບັນດາບຸລິມະສິດ ຂອງ ຫວຽດນາມ ໃນບັນດາຂົງເຂດຫາກໍ່ພົ້ນເດັ່ນຂຶ້ນຄື: ການຫັນເປັນດີຈີຕອນ, ການເຕີບໂຕສີຂຽວ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ຫວຽດນາມ ແລະ FAO ຊຸກຍູ້ການຮ່ວມມືດ້ານກະສິກຳ

ທ່ານນາຍົກລັດຖະມົນຕີສະເໜີໃຫ້ ອົງການ FAO ສືບຕໍ່ໜູນຊ່ວຍ, ສະໜັບສະໜູນ ຫວຽດນາມ ໃນວິວັດການສ້າງໂຄງປະກອບຂະແໜງກະສິກຳຕາມທິດຍົກສູງມູນຄ່າເພີ່ມ ແລະ ການພັດທະນາສີຂຽວ.

Top