• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນຳໃຊ້ການບໍລິການສາທາລະນະທາງອອນລາຍລະດັບຊາດ ປະກອບສ່ວນປະຢັດຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ

ຕອນບ່າຍວັນທີ 13 ມີນາ, ທີ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມອອນລາຍທົ່ວປະເທດກ່ຽວກັບການສະຫລຸບ 3 ເດືອນນຳໃຊ້ປະຕູຖານຂໍ້ມູນການບໍລິການສາທາລະນະລະດັບຊາດ ແລະ ປະກາດເພີ່ມເຕີມ 11 ບໍລິການສາທາລະນະອອນລາຍຜ່ານປະຕູຖານຂໍ້ມູນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ (ພາບ: VGP)

ກອງປະຊຸມກໍ່ໄດ້ເປີດຕົວລະບົບຂໍ້ມູນຂ່າວສານລາຍງານຕໍ່ລັດຖະບານ ເພື່ອຮັບໃຊ້ໃຫ້ແກ່ການຊີ້ນຳນຳພາບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ເລື່ອງນຳໃຊ້ການບໍລິການສາທາລະນະທາງອອນລາຍລະດັບຊາດ ໄດ້ປະກອບສ່ວນການປະຢັດຄ່າໃຊ້ຈ່າຍໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍ່ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ກຸ່ມບໍລິສັດເສດຖະກິດບາງແຫ່ງ ທີ່ມີການປະກອບສ່ວນໂດຍກົງເຂົ້າໃນການສະໜອງບໍລິການສາທາລະນະຢູ່ປະຕູຖານຂໍ້ມູນການບໍລິການສາທາລະນະລະດັບຊາດ. ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງວ່າ ວິວັດການສະໜອງການບໍລິການສາທາລະນະ ຕ້ອງໄດ້ຮັບປະກັນການປິດລັບຂໍ້ມູນສ່ວນຕົວໃຫ້ບຸກຄົນທີ່ນຳໃຊ້ບໍລິການ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງຕ້ອນຮັບ, ແກ້ໄຂໃຫ້ຖືກຕ້ອງຕາມຄວາມຄືບໜ້າ, ມີຄຸນນະພາບ, ປັບປຸງ, ປ່ຽນແປງໃໝ່ບັນດາລະບຽບການເປັນປະຈຳ ເພື່ອຍົກສູງຄຸນນະພາບການຮັບໃຊ້.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ເດີນທາງມາຮອດ ສປປ ລາວ ແລະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ AIPA – 45

ທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທງເໝິນ ໄດ້ຈັດຂຶ້ນຢ່າງສົມກຽດ ຢູ່ ຫໍສະພາແຫ່ງຊາດ ລາວ. ພາຍຫລັງພິທີຕ້ອນຮັບ, ສອງຝ່າຍໄດ້ດຳເນີນການພົບປະສົນທະນາ.

Top