• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລົດ​ຖະ​ມົ​ນ​ຕີ ຫວຽດ​ນາມ ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 6 ຂອງ ອະນຸກຳມະການ​ເສດ​ຖະ​ກິດ - ສັງ​ຄົມ

ໂດຍກ່າວເຫັນທີ່ກອງປະຊຸມ ເຊິ່ງໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຊີ້ແຈ້ງວ່າ ກອງປະຊຸມສູນກາງພັກຄັ້ງທີ 11 ທີ່ຈັດຂຶ້ນໃນເດືອນ ຕູລາ ປີ 2019 ໄດ້ປະກອບຄຳເຫັນເພື່ອສ້າງຮ່າງບົດລາຍງານຂອງບັນດາອະນຸກຳມະການ ທີ່ກະກຽມໃຫ້ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກໃຫ້ສົມບູນແບບ.


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: VGP)


ໃນນັ້ນມີບົດລາຍງານ 2 ບົດ ຂອງ ອະນຸກຳມະການ ເສດຖະກິດ - ສັງຄົມ ໄດ້ສະເໜີຕໍ່ສູນກາງ ແລະ ສູນກາງກໍ່ໄດ້ປະກອບຄຳເຫັນ, ຮັບຮອງເອົາໂດຍພື້ນຖານ. ນີ້ແມ່ນບົດລາຍງານສະຫຼຸບການປະຕິບັດຍຸດທະສາດ ໄລຍະ10 ປີ 2011 – 2020 ແລະ ຍຸດທະສາດໄລຍະ 10 ປີ 2021 – 2030, ບົດລາຍງານທີ 2 ແມ່ນບົດລາຍງານຕີລາຄາການປະຕິບັດໜ້າທີ່ເສດຖະກິດສັງຄົມໄລຍະ 5 ປີ 2016 – 2020 ແລະ ທິດທາງ, ໜ້າທີ່ 2021 – 2025.

ກ່ຽວກັບບັນດາເນື້ອທີ່ໄດ້ຮັບການປຶກສາຫາລືຢ່າງລະອຽດຢູ່ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ຍົກອອກ 3 ເນື້ອໃນ ຈຸດສູມ. ທີໜຶ່ງ ແມ່ນປະກອບຄຳເຫັນໃສ່ບັນດາເນື້ອໃນ ຮ່າງບົດລາຍງານ 2 ສະບັບ ທີ່ໜ່ວຍ ຮຽບຮຽງໄດ້ ຮັບເອົາຄຳເຫັນ ແລະ ປັບປຸງໃຫ້ສົມບູນແບບ, ເປັນຕົ້ນແມ່ນບັນດາເນື້ອໃນໃໝ່ເມື່ອທຽບກັບບົດລາຍງານທີ່ໄດ້ຍື່ນສະເໜີຕໍ່ສູນກາງ. ທີ 2 ແມ່ນ ຮັບຮອງເອົາເນື້ອໃນຕົ້ນຕໍໃນບົດລາຍງານໂດຍຫຍໍ້ທີ່ຮັບໃຊ້ກອງປະຊຸມໃຫຍ່ຂອງພັກ, ທຸກຂັ້ນ, ທຸກຮາກຖານເພື່ອ ຍື່ນສະເໜີຕໍ່ກົມການເມືອງປະກອບຄຳຄິດເຫັນ. ທີ 3 ແມ່ນປະກອບຄຳ ເຫັນໃສ່ຮ່າງແຜນການເຄື່ອນໄຫວປີ 2020 ຂອງ ອະນຸກຳມະການ ເສດຖະກິດ - ສັງຄົມ ແລະ ໜ່ວຍຮຽບຮຽງ.

(ແຫຼ່ງຄັດຈາກ VOV)

ນຳ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ກາຍ​ເປັນ​ເສົ້າ​ຄ້ຳ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ນຳ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ກາຍ​ເປັນ​ເສົ້າ​ຄ້ຳ​ໃນ​ການ​ພົວ​ພັນ ຫວຽດ​ນາມ - ລາວ

ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ, ຕອນບ່າຍວັນທີ 25 ເມສາ, ຢູ່ຫ້ອງວ່າການສຳນັກງານນາຍົກ ທີ່ ວຽງຈັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

Top