• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ Logistics ຫວຽດ​ນາມ 2024

ໃນໄລຍະຈະມາເຖິງ, ຫວຽດນາມ ຈະສຸມໃສ່ພັດທະນາເຂດພື້ນທະເລ, ເຂດທະເລ, ເຂດອາວະກາດ, ສ້າງເງື່ອນໄຂໃຫ້ພື້ນຖານໂຄງລ່າງ logistics ພັດທະນາຢ່າງແຮງ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງ 3 ເປົ້າໝາຍ ແລະ 7 ໜ້າທີ່ພັດທະນາ logistics.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມເວທີປາໄສ Logistics ຫວຽດນາມ 2024 (ພາບ: VOV)

ຕອນເຊົ້າວັນທີ 02 ທັນວາ, ຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມເວທີປາໄສ Logistics ຫວຽດນາມ ປີ 2024 (VLF 2024). ເວທີປາໄສດັ່ງກ່າວ ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ສົມທົບກັບຄະນະກຳມະການປະຊາຊົນແຂວງ ບ່າເຣ້ຍ - ຫວູງເຕົາ ຈັດຂຶ້ນດ້ວຍຫົວຂໍ້ “ເຂດການຄ້າເສລີ - ມາດຕະການບຸກທະລຸ ຊຸກຍູ້ການເຕີບໂຕ logistics”.

ເມື່ອກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສຸມໃສ່ພັດທະນາເຂດພື້ນທະເລ, ເຂດທະເລ, ເຂດອາວະກາດ, ສ້າງເງື່ອນໄຂໃຫ້ພື້ນຖານໂຄງລ່າງ logistics ພັດທະນາຢ່າງແຮງ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງ 3 ເປົ້າໝາຍ ແລະ 7 ໜ້າທີ່ພັດທະນາ logistics, ໃນນັ້ນ, ເປົ້າໝາຍທີໜຶ່ງແມ່ນປະກອບສ່ວນເຂົ້າໃນການເຕີບໂຕ 2 ຕົວເລກໃນປີ 2025. ຖັດມາ, ຕ້ອງຫຼຸດຜ່ອນຄ່າໃຊ້ຈ່າຍ logistics ໃນ GDP ຂອງປະເທດ ແຕ່ 18% ລົງ 15% ໃນປີ 2025; ຍົກຂອບຂະໜາດຂອງ logistics ໃນ GDP ແຕ່ 10% ຂຶ້ນເປັນ 15%, ສູ້ຊົນບັນລຸ 20%...

(ແຫຼ່ງຄັດຈາກ VOV)

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ດັກ​ລັກ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ໜ້າ​ທີ່​ຕ້ານ​ການ​ຂຸດ​ຄົ້ນ IUU

ໄລ່ຮອດວັນທີ 28 ກຸມພາ, ແຂວງດັກລັກ ມີກຳປັ່ນຫາປາທີ່ໄດ້ຈົດທະບຽນໃນລະບົບຖານຂໍ້ມູນອາຊີບຫາປາແຫ່ງຊາດ 2.575 ລຳ. ກຳປັ່ນ ທີ່ມີໜັງສືອະນຸຍາດຂຸດຄົ້ນສິນນ ໃນນ້ຳຍັງມີຜົນສັກສິດ 2555 ລຳ

Top