• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽນ​ຊວນ​ຟຸກ​ລົງ​ຢ້ຽມ​ຢາມ, ອ​ວນ​ພອນ​ບັນ​ດາ​ນັກ​ຂ່າວ​ອາວ​ຸ​ໂສ​ຢູ່​ນະ​ຄອນ​ ​ໂຮ່​ຈີ​ມິນ

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍ່ໄດ້ສົ່ງຄຳອວຍພອນເຖິງບັນດາຜູ້ທີ່ພວມເຮັດວຽກງານສື່ມວນຊົນທົ່ວປະເທດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ມອບຂອງຂວັນໃຫ້ແກ່ນັກຂ່າວ ຫງວຽນທິຮັ່ງງາ (ພາບ: TTXVN)

ຕອນເຊົ້າວັນທີ 18 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ລົງຢ້ຽມຢາມ, ມອບຂອງຂວັນ, ອວຍພອນບັນດານັກຂ່າວອາວຸໂສ, ດີເດັ່ນຢູ່ນະຄອນ ໂຮ່ຈີມິນເນື່ອງໃນໂອກາດສະເຫຼີມສະຫຼອງ 94 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ). ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ປາດຖະໜາວ່າບັນດານັກຂ່າວຈະສືບຕໍ່ເສີມຂະຫຍາຍຈິດໃຈປະຕິວັດ, ປະກອບສ່ວນໃຫ້ແກ່ນະຄອນແລະ ປະເທດຊາດໃຫ້ຫຼາຍກ່ວາອີກ, ພ້ອມທັງສຶກສາມູນເຊື້ອຂອງສື່ມວນຊົນປະຕິວັດໃຫ້ແກ່ຄົນລຸ່ນຫຼັງເພື່ອປະຕິບັດຕາມ, ຮ່ຳຮຽນ ແລະ ບືນຕົນຂຶ້ນ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍ່ໄດ້ສົ່ງຄຳອວຍພອນເຖິງບັນດາຜູ້ທີ່ພວມເຮັດວຽກງານສື່ມວນຊົນທົ່ວປະເທດ, ທ່ານປາດໜາວ່າ ບັນດານັກຂ່າວຈະເສີມຂະຫຍາຍມູນເຊື້ອ 94 ປີ ຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ, ສືບຕໍ່ປະຕິບັດບັນດາໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ຢ່າງມີໄຊ, ປະກອບສ່ວນເຂົ້າວິວັດທະນາການສ້າງສາປະເທດຊາດໃນຍຸກສະໄໝໃໝ່.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top