ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະແດງຄວາມຂອບໃຈທ່ານລັດຖະມົນຕີ ຈັກກະຟົງ ແສງມະນີ ພ້ອມດ້ວຍຄະນະຜູ້ແທນໄທ ທີ່ໄດ້ມາ ຫວຽດນາມ ໄວ້ອາໄລທ່ານເລຂາທິການໃຫຍ່, ເຊິ່ງສະແດງໃຫ້ເຫັນເຖິງນ້ຳໃຈມິດຕະພາບ, ຄວາມຜູກພັນ ແລະ ການແບ່ງປັນລະຫວ່າງການນຳ ແລະ ປະຊາຊົນສອງປະເທດ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍຢ້ຳຄືນຄຳເຊີນທ່ານນາຍົກລັດຖະມົນຕີ ໄທ ມາຢ້ຽມຢາມ ຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມລັດຖະບານຮ່ວມ ຫວຽດນາມ - ໄທ ຄັ້ງທີ 4 ໃນໄລຍະເວລາອັນເໝາະສົມ. ສອງຝ່າຍກໍໄດ້ແລກປ່ຽນ ແລະ ຕົກລົງເຫັນດີກ່ຽວກັບບາງການກຳນົດທິດການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງ.
ສ່ວນທ່ານລັດຖະມົນຕີ ຈັກກະຟົງ ແສງມະນີ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ໄທ ໃນພາກພື້ນ, ພິເສດໃນຂົງເຂດເສດຖະກິດ, ພ້ອມທັງສະເໜີ ລັດຖະບານ ຫວຽດນາມ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ໄທ ເຂົ້າມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ.








