• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ໃຫ້​ປະ​ຕິ​ບັດ​ວຽກ​ງານ​ຊ່ວຍ​ໜູນ​ສັງ​ຄົມ​ສຳ​ລັບ​ຜູ້​ບໍ່​ມີ​ບ່ອນ​ພັກ​ອາ​ໄສ​ຢ່າງ​ເຂັ້ມ​ງວດ

ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນສັງກັດສູນກາງ ຊີ້ນຳກຳລັງຕຳຫຼວດຂອງແຂວງ ແລະ ບັນດາພາກສ່ວນມີໜ້າທີ່ຮັບຜິດຊອບ ຈົ່ງເພີ່ມທະວີການສຳຫຼວດກວດກາ, ຮັບເອົາຜູ້ບໍ່ມີບ່ອນພັກອາໄສໃນບໍລິເວນ ເພື່ອດຳເນີນການກວດຫາເຊື້ອ, ຈັດແບ່ງປະເພດ ແລະ ສົ່ງເຂົ້າຮາກຖານໃຫ້ການຊ່ວຍເຫຼືອສັງຄົມ ຫຼື ອົງການຄຸ້ມຄອງ ເພື່ອປະຕິບັດບັນດານະໂຍບາຍຊ່ວຍໜູນສັງຄົມ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ຖືກຕ້ອງຕາມຂໍ້ກຳນົດ.
(ພາບປະກອບ: baochinhphu.vn)

ວັນທີ 27 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຊັນປະກາດໃຊ້ໂທລະເລກວ່າດ້ວຍການຕ້ອນຮັບ, ປະຕິບັດນະໂຍບາຍຊ່ວຍໜູນສັງຄົມສຳລັບຜູ້ບໍ່ມີບ່ອນພັກອາໄສ ສົ່ງໄປຍັງປະທານຄະນະກຳມະການປະຊາຊົນແຂວງ, ນະຄອນສັງກັດສູນກາງ; ລັດຖະມົນຕີກະຊວງຕຳຫຼວດ; ລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ. ເນື້ອໃນໂທລະເລກໄດ້ຊີ້ແຈ້ງວ່າ, ຜູ້ບໍ່ມີບ່ອນພັກອາໄສມີຄວາມສ່ຽງຕິດເຊື້ອ ແລະ ກໍເປັນແຫຼ່ງແຜ່ເຊື້ອພະຍາດໂຄວິດ - 19 ສູງ. ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ປະທານຄະນະກຳມະການປະຊາຊົນແຂວງ, ນະຄອນສັງກັດສູນກາງ ຊີ້ນຳກຳລັງຕຳຫຼວດຂອງແຂວງ ແລະ ບັນດາພາກສ່ວນມີໜ້າທີ່ຮັບຜິດຊອບ ຈົ່ງເພີ່ມທະວີການສຳຫຼວດກວດກາ, ຮັບເອົາຜູ້ບໍ່ມີບ່ອນພັກອາໄສໃນບໍລິເວນ ເພື່ອດຳເນີນການກວດຫາເຊື້ອ, ຈັດແບ່ງປະເພດ ແລະ ສົ່ງເຂົ້າຮາກຖານໃຫ້ການຊ່ວຍເຫຼືອສັງຄົມ ຫຼື ອົງການຄຸ້ມຄອງ ເພື່ອປະຕິບັດບັນດານະໂຍບາຍຊ່ວຍໜູນສັງຄົມ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ຖືກຕ້ອງຕາມຂໍ້ກຳນົດ.
(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top