• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳສອງປະເທດເຫັນດີເປັນເອກະພາບບັນດາບັນຫາສຳຄັນ ແລະ ກຳນົດທິດຍຸດທະສາດໃຫ້ແກ່ອະນາຄົດ, ກຳນົດຢ່າງຈະແຈ້ງບັນດາຂົງເຂດຮ່ວມມືຈຸດສຸມ, ນັບແຕ່ເສດຖະກິດ, ການຄ້າ, ພະລັງງານ.
ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Vladimirovich Mishustin (ພາບ: Reuters)

ຕອນເຊົ້າວັນທີ 14 ມັງກອນ, ທ່ານນາຍົກລັດຖະມົນຕີ ລັດເຊຍ Mikhail Vladimirovich Mishustin ໄດ້ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 14-15 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.

ຕ້ອນຮັບຄະນະຢູ່ສະໜາມບິນສາກົນ ໂນ້ຍບາຍ ມີທ່ານ ເຈິ່ນວັນເຊີນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ດັ່ງມິງຄອຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ທ່ານ Bezdetko Gennady Stepanovich ເອກອັກຄະລັດຖະທູດ ແລະ ພະນັກງານສະຖານທູດ ລັດເຊຍ ປະຈຳ ຫວຽດນາມ. ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Mishustin. ການຢ້ຽມຢາມ ສະແດງໃຫ້ເຫັນສອງປະເທດຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳສອງປະເທດເຫັນດີເປັນເອກະພາບບັນດາບັນຫາສຳຄັນ ແລະ ກຳນົດທິດຍຸດທະສາດໃຫ້ແກ່ອະນາຄົດ, ກຳນົດຢ່າງຈະແຈ້ງບັນດາຂົງເຂດຮ່ວມມືຈຸດສຸມ, ນັບແຕ່ເສດຖະກິດ, ການຄ້າ, ພະລັງງານ, ວິທະຍາສາດເຕັກໂນໂລຢີ ຕະຫຼອດຮອດການສຶກສາ, ວັດທະນະທຳ ແລະ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

(ແຫຼ່ງຄັດຈາກ VOV)

ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ

ສົມ​ທົບ​ກັນ​ຄຸ້ມ​ຄອງ, ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ກຳ​ປູ​ເຈຍ ມິດ​ຕະ​ພາບ

ວັນທີ 10 ກຸມພາ, ຄະນະຜູ້ແທນກຳລັງປະກອບອາວຸດ ແຂວງ Mondulkiri (ກຳປູເຈຍ) ໂດຍທ່ານພົນຈັດຕະວາ ແຮມໂບນາແຣນ, ຫົວໜ້າຜູ້ບັນຊາການສາລະວັດທະຫານແຂວງ Mondulkiri ເປັນຫົວໜ້າຄະນະມາຢ້ຽມຢາມ, ອວຍພອນບຸນປີໃໝ່ທະຫານປ້ອງກັນຊາຍແດນແຂວງ ເລິມດົ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດປີມະເມຍ 2026.

Top