• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳຄະ​ນະ​ພັກ​ແຂວງ ບິ່ງ​ເຢືອງ

ໃນຂອບເຂດການເຮັດວຽກຢູ່ແຂວງ ບິ່ງເຢືອງ, ຕອນເຊົ້າວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະປະຈຳຄະນະພັກແຂວງ ບິ່ງເຢືອງ ກ່ຽວກັບສະພາບການເສດຖະກິດ - ສັງຄົມໃນໄລຍະຜ່ານມາ.  
ທ່ານນາຍົກລັດຖະມົນຕີ ເຮັດວຽກກັບການນຳພັກ, ລັດແຂວງ ບິ່ງເຢືອງ (ພາບ: VOV)
ຕີລາຄາສູງບັນດາຜົນງານສຳຄັນ ເຊິ່ງແຂວງ ບິ່ງເຢືອງ ບັນລຸໄດ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີວ່າ ໃນໄລຍະຈະມາເຖິງ, ຄະນະປະຈຳຄະນະພັກແຂວງ ຕ້ອງວາງນະໂຍບາຍຢ່າງທັນການ, ໄຫວພິບ, ມີປະສິດທິຜົນ; ລະດົມທຸກແຫຼ່ງກຳລັງຢ່າງມີປະສິດທິຜົນ, ຍາດແຍ່ງທຸກແຫຼ່ງກໍາລັງບົ່ມຊ້ອນທີ່ແຕກຕ່າງກັນ, ທ່າໄດ້ປຽບ, ກາລະໂອກາດອັນພົ້ນເດັ່ນຢ່າງມີປະສິດທິຜົນ ເພື່ອບືນຕົວຂຶ້ນຢ່າງແຮງ ດ້ວຍກຳລັງແຮງພາຍໃນ. ບິ່ງເຢືອງ ຕ້ອງຮີບເຮັ່ງສ້າງ, ສຳເລັດແຜນການປະຕິບັດແຜນຜັງຂອງແຂວງ ໄລຍະ 2021 – 2030, ວິໄສທັດຮອດປີ 2050; ຍູ້ແຮງການປ່ອຍເງິນລົງທຶນພາກລັດ, ໂດຍສະເພາະແມ່ນບັນດາກິດຈະກຳ, ໂຄງການຈຸດສຸມ; ສືບຕໍ່ເສີມຂະຫຍາຍຮູບແບບຮ່ວມມືພາກລັດ - ເອກະຊົນ; ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ມີເຕັກໂນໂລຢີ, ຄຸນຄ່າເພີ່ມຂຶ້ນສູງ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ຄົ້ນຄວ້າ ແລະ ພັດທະນາເຂດຍົກເວັ້ນພາສີອາກອນ, ເຂດການຄ້າເສລີ, ມຸ່ງໄປເຖິງການສົ່ງອອກ ແລະ ດຶງດູດເງິນລົງທຶນ; ຍູ້ແຮງການຮ່ວມສຳພັນເຂດ, ໂດຍສະເພາະແມ່ນບັນດາແຂວງເຂດຕາເວັນອອກສ່ຽງໃຕ້ ແລະ ເຂດໃກ້ຄຽງ.  

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top