ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ
ໃນການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ຕັ້ງໜ້າສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ແລະ ສ.ເກົາຫຼີ ຊຸກຍູ້ການຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດໃນໄລຍະຜ່ານມາ; ຜັນຂະຫຍາຍເອກະສານຮ່ວມມື 41 ສະບັບ ເຊິງລັດຖະບານ, ວິສາຫະກິດ ແລະ ທ້ອງຖິ່ນ ສອງປະເທດໄດ້ລົງນາມໃນການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ເມື່ອເດືອນ ກໍລະກົດ ຜ່ານມາ.
ສ່ວນທ່ານເອກອັກຄະລັດຖະທູດ Choi Young Sam ໃຫ້ຮູ້ວ່າ ສະຖານທູດ ສ.ເກົາຫຼີ ພວມຕັ້ງໜ້າກະກຽມໃຫ້ແກ່ບັນດາການຢ້ຽມຢາມຂັ້ນສູງຂອງການນຳສອງປະເທດໃນໄລຍະຈະມາເຖິງ; ສະໜັບສະໜູນ ແລະ ກຽມພ້ອມໜູນຊ່ວຍ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດຄູ່ຮ່ວມມື ເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກຮອດປີ 2030 (P4G) ຄັ້ງທີ 4; ຕັ້ງໜ້າພິຈາລະນາການເປີດສະຖານກົງສູນ ຫວຽດນາມ ປະຈຳ ບູຊານ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານຂັ້ນສູງຮັບຜິດຊອບການພົວພັນລັດຖະບານ ແລະ ດຳເນີນທຸລະກິດທົ່ວໂລກຂອງ ກຸ່ມບໍລິສັດ SpaceX, Tim Hughes. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ສະເໜີວ່າ ຫວຽດນາມ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບກຸ່ມບໍລິສັດ SpaceX (ອາເມລິກາ) ໃນບັນດາຂົງເຂດ SpaceX ມີທ່າແຮງ ແລະ ຫວຽດນາມ ມີກຳລັງບົ່ມຊ້ອນ, ເຊັ່ນ: ວິທະຍາສາດ - ເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ, ປັນຍາປະດິດ, ອິນເຕີແນັດສັບພະສິ່ງ...