ຂ່າວສານ
ນາຍົກລັດຖະມົນຕີ ຟ້າມມິງຈິງ ເດີນທາງໄປຍັງ ຝລັ່ງ, ເຂົ້າຮ່ວມກອງປະຊຸມມະຫາສະໝຸດ ສປຊ ຄັ້ງທີ 3
ການປະຕິບັດງານຄັ້ງນີ້ໄດ້ດຳເນີນຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ທ່ານປະທານາທິບໍດີ ສ.ຝລັ່ງ Emmanuel Macron.
ອອກຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນມີຜູ້ຕາງໜ້າກະຊວງການຕ່າງປະເທດ ຝລັ່ງ; ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານຖັງ ແລະ ພັນລະຍາ; ພະນັກງານສະຖານທູດ ຫວຽດນາມ ປະຈຳ ຝລັ່ງ.
ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມຫໍພິພິທະພັນ Lascaris, ສະຖານທີ່ວັດທະນະທຳທີ່ເປັນເອກະລັກ, ເຂັ້ມຂຸ້ນໄປດ້ວຍຂີດໝາຍປະຫວັດສາດ ແລະ ສິລະປະຂອງພາກໃຕ້ປະເທດ ຝລັ່ງ. ທ່ານນາຍົກລັດຖະມົນຕີສະແດງຄວາມປະທັບໃຈ ແລະ ເຄົາລົບຕໍ່ຊຸດເຄື່ອງດົນຕີທີ່ຫຼາຍຮູບຫຼາຍແບບ ແລະ ຫາຍາກ, ຢືນອັນດັບແຖວໜ້າຢູ່ ຝລັ່ງ ແລະ ຂະໜາດໃຫຍ່ສຸດຂອງເອີຣົບ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ວັດທະນະທຳແມ່ນຂົງເຂດທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງໄມຕີຈິດມິດຕະພາບລະຫວ່າງ 2 ຊາດ, ສອງປະເທດ ຫວຽດນາມ - ຝລັ່ງ.








