ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ຍັງ ຝ​ລັ່ງ, ເຂົ້າ​ຮ່ວມກອງ​ປະ​ຊຸມ​ມະ​ຫາ​ສະ​ໝຸດ ສປ​ຊ ຄັ້ງ​ທີ 3

ໃນເວລາ 15 ໂມງ 25 ນາທີ ຕາມເວລາທ້ອງຖິ່ນ (ກົງກັບ 20 ໂມງ 25 ນາທີ ຕາມເວລາ ຮ່າໂນ້ຍ), ວັນທີ 7 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ທ່ານນາງ ເລທິບິກເຈິນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຮອດສະໜາມບິນ Cotê d'Azur, ນະຄອນ Nice, ຝລັ່ງ, ເຂົ້າຮ່ວມກອງປະຊມມະຫາສະໝຸດ ສປຊ ຄັ້ງທີ 3, ດຳເນີນກິດຈະກຳສອງຝ່າຍຈຳນວນໜຶ່ງຢູ່ ຝລັ່ງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ທ່ານນາງ ເລທິບິກເຈິນ ຢູ່ສະໜາມບິນ

ການປະຕິບັດງານຄັ້ງນີ້ໄດ້ດຳເນີນຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ ສປຊ Antonio Guterres ແລະ ທ່ານປະທານາທິບໍດີ ສ.ຝລັ່ງ Emmanuel Macron.

        ອອກຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນມີຜູ້ຕາງໜ້າກະຊວງການຕ່າງປະເທດ ຝລັ່ງ; ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານຖັງ ແລະ ພັນລະຍາ; ພະນັກງານສະຖານທູດ ຫວຽດນາມ ປະຈຳ ຝລັ່ງ.

        ຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີໄດ້ໄປຢ້ຽມຢາມຫໍພິພິທະພັນ Lascaris, ສະຖານທີ່ວັດທະນະທຳທີ່ເປັນເອກະລັກ, ເຂັ້ມຂຸ້ນໄປດ້ວຍຂີດໝາຍປະຫວັດສາດ ແລະ ສິລະປະຂອງພາກໃຕ້ປະເທດ ຝລັ່ງ. ທ່ານນາຍົກລັດຖະມົນຕີສະແດງຄວາມປະທັບໃຈ ແລະ ເຄົາລົບຕໍ່ຊຸດເຄື່ອງດົນຕີທີ່ຫຼາຍຮູບຫຼາຍແບບ ແລະ ຫາຍາກ, ຢືນອັນດັບແຖວໜ້າຢູ່ ຝລັ່ງ ແລະ ຂະໜາດໃຫຍ່ສຸດຂອງເອີຣົບ. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ວັດທະນະທຳແມ່ນຂົງເຂດທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງໄມຕີຈິດມິດຕະພາບລະຫວ່າງ 2 ຊາດ, ສອງປະເທດ ຫວຽດນາມ - ຝລັ່ງ.


top