ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ: ເປົ້າໝາຍບຸລິມະສິດໃນປັດຈຸບັນ ແມ່ນສຸມໃສ່ການຊຸກຍູ້ການເຕີບໂຕ, ປະຕິບັດການປັບປຸງກົງຈັກລັດໃຫ້ກະທັດລັດ ແລະ ສັບຊ້ອນຄືນບັນດາກົມກອງບໍລິຫານຢ່າງມີປະສິດທິຜົນ.
ຕາມນັ້ນແລ້ວ, ກ່ຽວກັບການປັບປຸງກົງຈັກລັດໃຫ້ກະທັດລັດ ແລະ ສັບຊ້ອນບັນດາກົມກອງບໍລິຫານຄືນໃໝ່, ຕ້ອງສຸມໃສ່ປະຕິບັດແຜນຮ່າງສັບຊ້ອນກົມກອງບໍລິຫານໃຫ້ສຳເລັດຕາມຂໍ້ສະຫຼຸບຂອງກົມການເມືອງ. ເລື່ອງຄົ້ນຄວ້າໂຮມແຂວງຈຳນວນໜຶ່ງນັ້ນ ຕ້ອງຮັບປະກັນໃຫ້ສອດຄ່ອງກັບມາດຖານ, ເງື່ອນໄຂຕົວຈິງ, ສະພາບການ ແລະ ມູນເຊື້ອປະຫວັດສາດ - ວັດທະນະທຳຂອງແຕ່ລະທ້ອງຖິ່ນ.
ກ່ຽວກັບການຊຸກຍູ້ການເຕີບໂຕ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງເປັນເຈົ້າການ, ຕັ້ງໜ້າ, ມີໄຫວພິບ, ວາງອອກໜ້າທີ່, ມາດຕະການໃຫ້ສອດຄ່ອງ. ເປົ້າໝາຍແມ່ນເຕີບໂຕໄວ ແຕ່ຕ້ອງຍືນຍົງ, ເພີ່ມທະວີລະບຽບວິໄນບໍລິຫານໃຫ້ເຂັ້ມງວດ. ພ້ອມດຽວກັນນັ້ນ, ກໍ່ປະຕິບັດນະໂຍບາຍເງິນຕາຢ່າງເປັນເຈົ້າການ, ມີໄຫວພິບ, ທັນການ, ມີປະສິດທິຜົນ; ຊຸກຍູ້ການລົງທຶນສາທາລະນະຢ່າງແຮງກວ່າ, ຂ້ຽວຂາດກວ່າ; ເພີ່ມລາຍຮັບ, ຫຼຸດລາຍຈ່າຍ, ປະຢັດການໃຊ້ຈ່າຍ, ຫຼຸດຜ່ອນພາສີ, ຄ່າທຳນຽມໃຫ້ແກ່ປະຊາຊົນ, ວິສາຫະກິດ, ຊຸກຍູ້ການເຕີບໂຕ.