• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ອົດສະຕາລີ ເລີ່ມຕົ້ນການຢ້ຽມຢາມ ຈີນ ເປັນເວລາ 4 ວັນ

ໜຶ່ງໃນບັນດາຫົວຂໍ້ພົ້ນເດັ່ນໃນການຢ້ຽມຢາມ ຈີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແມ່ນການແກ້ໄຂບັນດາສິ່ງຄົງຄ້າງໃນການພົວພັນການຄ້າລະຫວ່າງສອງຝ່າຍ
ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແລະ ປະທານປະເທດ ຈີນ ສີຈີ້ນຜິງ (ພາບ: News.com.au)

ວັນທີ 5 ພະຈິກ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese, ໄດ້ເລີ່ມຕົ້ນການຢ້ຽມຢາມ ຈີນ ຊຶ່ງແກ່ຍາວເປັນເວລາ 4 ວັນ. ນີ້ແມ່ນການຢ້ຽມຢາມຈີນ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ ໃນ 7 ປີຜ່ານມາ ແລະ ຖືກດຳເນີນພາຍຫຼັງທີ່ການພົວພັນສອງປະເທດເກີດຄວາມເຄັ່ງຕຶງເປັນໄລຍະໜຶ່ງ.

ໜຶ່ງໃນບັນດາຫົວຂໍ້ພົ້ນເດັ່ນໃນການຢ້ຽມຢາມ ຈີນຂອງທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ແມ່ນການແກ້ໄຂບັນດາສິ່ງຄົງຄ້າງໃນການພົວພັນການຄ້າລະຫວ່າງສອງຝ່າຍ. ແຕ່ຕົ້ນປີມາຮອດປະຈຸບັນ, ຈີນ ໄດ້ແກ້ໄຂບັນດາຮົ້ວກີດຂວາງເພື່ອໃຫ້ບາງປະເພດສິນຄ້າປາຍແຫຼມຂອງອົດສະຕາລີ ກັບຄືນສູ່ຕະຫຼາດນີ້. ພ້ອມນັ້ນ, ຈີນ ຫາກໍ່ປະກາດກ່ຽວກັບເລື່ອງພິຈາລະນາລະດັບພາສີ ຈັດວາງໃຫ້ແກ່ເຫຼົ້າແວງນຳເຂົ້າຈາກອົດສະຕາລີ. ແຕ່ເຖິງຢ່າງໃດກໍ່ຕາມ, ບາງປະເພດສິນຄ້າອື່ນຂອງ ອົດສະຕາລີ ຄື: ກຸ້ງມັງກອນ, ຊີ້ນງົວ ແລະ ຊີ້ນແກະພວມປະສົບກັບຄວາມຫຍຸ້ງຍາກໃນການສົ່ງກັບຄືນສູ່ຕະຫຼາດຈີນ ແລະ ນີ້ແມ່ນສິ່ງທີ່ຫາງສຽງ ອົດສະຕາລີ ລໍຄອຍຈະມີການປ່ຽນແປງພາຍຫຼັງການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Anthony Albanese.

(ແຫຼ່ງຄັດຈາກ VOV)

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການ​ນຳ​ເຂົ້າ - ສົ່ງ​ອອກ​ປີ 2025 ຄາດ​ວ່າ​ບັນ​ລຸ​ວົງ​ເງິນກວ່າ 920 ຕື້ USD

ການນຳເຂົ້າ - ສົ່ງອອກປີນີ້ຂອງ ຫວຽດນາມ ຄາດວ່າບັນລຸລະດັບ “ສູງສະຖິຕິ” ດ້ວຍມູນຄ່າກວ່າ 920 ຕື້ USD, ໃນນັ້ນ, ການສົ່ງອອກຄາດວ່າບັນລຸ 470 ຕື້ USD, ເຊິ່ງເປັນຕົວເລກສູງສະຖິຕິກ່ຽວກັບການນຳເຂົ້າ - ສົ່ງອອກ ນຳ ຫວຽດນາມ ຖືກຈັດເຂົ້າກຸ່ມ 20 ປະເທດແຖວໜ້າ ກ່ຽວກັບມູນຄ່າການຄ້ານຳເຂົ້າສົ່ງອອກ.

Top