• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫວຽດນາມ ພົບປະ 2 ຝ່າຍໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ການາດາ ຈະຍູ້ແຮງການຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນຂົງເຂດການບິນ, ພະລັງງານ.
(ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພົບປະກັບທ່ານປະທານາທິບໍດີ ບຣາຊິນ Lula da Silva)

ຕອນເຊົ້າວັນທີ 26 ຕຸລາ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຈັດຂຶ້ນຢູ່ ກົວລາລຳເປີ, ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ມີການພົບປະ 2 ຝ່າຍກັບການນຳບັນດາປະເທດຈຳນວນໜຶ່ງ.

ທີ່ການພົບປະກັບ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບສູ້ຊົນສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ປະກອບສ່ວນນຳວົງເງິນການຄ້າ 2 ຝ່າຍບັນລຸເປົ້າໝາຍ 20 ຕື້ USD ໂດຍໄວ. 2 ຝ່າຍກໍ່ເຫັນດີຍູ້ແຮງການເຊື່ອມຕໍ່ທ້ອງຖິ່ນຕາມທິດແທດຈິງ, ມີປະສິດທິຜົນ; ສືບຕໍ່ເຈລະຈາ, ແກ້ໄຂບັນດາຂໍ້ຄົງຄ້າງທີ່ຍັງເຫຼືອຂອງວຽກງານປັກຫຼັກໝາຍຊາຍແດນ.

ທີ່ການພົບປະກັບ ທ່ານນາຍົກລັດຖະມົນຕີ ການາດາ Mark Carney, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ການາດາ ຈະຍູ້ແຮງການຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນຂົງເຂດການບິນ, ພະລັງງານ, ບຳລຸງສ້າງນັກຊ່ຽວຊານດ້ານເຕັກນິກນິວເຄຼຍພົນລະເຮືອນ ແລະ ສະໜອງທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ ຕື່ມອີກ.

ເມື່ອແລກປ່ຽນກັບ ທ່ານປະທານາທິບໍດີ ບຣາຊິນ Lula da Silva, ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບຊຸກຍູ້ການເລີ່ມເຄື່ອນໄຫວ ແລະ ສຳເລັດການເຈລະຈາສັນຍາໃຫ້ບຸລິມະສິດດ້ານການຄ້າ (PTA) ລະຫວ່າງ ຫວຽດນາມ ກັບກຸ່ມຕະຫຼາດລວມ ອາຟະລິກາໃຕ້ (MERCOSUR); ເພີ່ມທະວີການຮ່ວມມືດ້ານກະສິກຳ ບົນພື້ນຖານທ່າແຮງລວມຂອງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ຍູ້​ແຮງ​ການ​ຊອ​ກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ທະ​ຫານ​ ​ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ລາວ

ສືບ​ຕໍ່​ຍູ້​ແຮງ​ການ​ຊອ​ກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ທະ​ຫານ​ ​ ຫວຽດ​ນາມ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ລາວ

ລະ​ດູ​ແລ້ງ, 2025 – 2026, ກອງ​ທ້ອນ​ໂຮມ​ຂອງ ຫວຽດ​ນາມ ໄດ້​ຊອກ​ຫາ, ທ້ອນ​ໂຮມ​ອັດ​ທິນັກ​ຮົບ ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ 173 ຊຸດ.

Top