• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບ ເຈົ້າແຂວງ ຢູນນານ (ຈີນ)

      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີສອງຝ່າຍຄວນຊຸກຍູ້ຂອບຂະໜາດການຮ່ວມມືຂຶ້ນສູ່ລະດັບສູງໃໝ່, ສູ້ຊົນຊຸກຍູ້ການຮ່ວມມືໃນການພັດທະນາແລວ ເສດຖະກິດເພື່ອໜູນໃຊ້ທຸກໆຄວາມສາມາດບົ່ນຊ້ອນ, ກາລະໂອກາດຂອງສອງຝ່າຍ.


ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ ຢ໋ວານເຈິ໊ງພາ, ເຈົ້າແຂວງ ຢູນນານ (ຈີນ)
      ຕ່ອນບ່າຍວັນທີ 30 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບທ່ານ ຢ໋ວານເຈິ໊ງພາ, ເຈົ້າແຂວງ ຢູນນານ (ຈີນ). ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ຊີ້ແຈ້ງວ່າ: ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ ຢູນນານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງຫວຽດນາມ ຍັງໃຫຍ່ຫຼວງຢູ່, ເຖິງຢ່າງໃດກໍ່ຕາມ, ຂອບຂະໜາດ ແລະ ຂົງເຂດການຮ່ວມມືຍັງຈຳກັດ, ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງສອງຝ່າຍຢ່າງແທ້ຈິງເທື່ອ. ດັ່ງນັ້ນ, ສອງຝ່າຍຄວນປຶກສາຫາລືຢ່າງລະອຽດບັນດາມາດຕະການເພື່ອຊຸກຍູ້ການຄ້າສອງຝ່າຍໃຫ້ໃຫຍ່ກ່ວາອີກ, ສ້າງບາດກ້າວບຸກທະລຸໃໝ່. ໃນນັ້ນ, ຄວນປະຕິບັດເລື່ອງພັດທະນາແລວເສດຖະກິດ ຄຸນໝິງ - ຮ່າໂນ້ຍ - ຫ໋າຍຝ່ອງ ເພື່ອເປັນແບບຢ່າງໃຫ້ແກ່ບັນດາທ້ອງຖິ່ນຕ່າງໆຂອງສອງຝ່າຍ.
            ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີສອງຝ່າຍຄວນຊຸກຍູ້ຂອບຂະໜາດການຮ່ວມມືຂຶ້ນສູ່ລະດັບສູງໃໝ່, ສູ້ຊົນຊຸກຍູ້ການຮ່ວມມືໃນການພັດທະນາແລວ ເສດຖະກິດເພື່ອໜູນໃຊ້ທຸກໆຄວາມສາມາດບົ່ນຊ້ອນ, ກາລະໂອກາດຂອງສອງຝ່າຍ. ທ່ານນາຍົກລັດຖະມົນຕີ ສະເໜີ ທາງແຂວງຢູນນານ ຮ່ວມມືກັບ ຫວຽດນາມ ເພື່ອພັດທະນາພື້ນຖານໂຄງລ່າງເສັ້ນທາງລົດໄຟ, ຍິ່ງກ່ວານັ້ນຖືການຂົນສົ່ງທາງລົດໄຟແມ່ນພື້ນຖານຕົ້ນຕໍໃຫ້ແກ່ການເພີ່ມທະວີການຮ່ວມມື ແລກປ່ຽນເສດຖະກິດ, ການຄ້າສອງຝ່າຍ; ສົ່ງເສີມການເປີດສາຍການບິນ ຫ໋າຍຟ່ອງ - ຢູນນານ ເພື່ອຊຸກຍູ້ການທ່ອງທ່ຽວ, ພັດທະນາການຄ້າເຂດຊາຍແດນຢູ່ບັນດາດ່ານຊາຍແດນຕ່າງໆຂອງ ຫວຽດນາມ.
            ສ່ວນທ່ານ ຢ໋ວານເຈິ໊ງພາ, ເຈົ້າແຂວງ ຢູນນານ ປາດຖະໜາວ່າ ສອງຝ່າຍຈະເພີ່ມທະວີພັດທະນາການຮ່ວມມື ເສດຖະກິດ, ການຄ້າ; ຊຸກຍູ້ການພັດທະນາໂຄຕ້າ, ພັດທະນາການຂົນສົ່ງ ທາງລົດໄຟ; ປາດຖະໜາວ່າບັນດາທ້ອງຖິ່ນເຂດຊາຍແດນ ຫວຽດນາມຈະເພີ່ມທະວີການຮ່ວມມືທ່ອງທ່ຽວກັບ ຢູນນານຢ່າງແຮງກ່ວາ. ທ່ານ ຢ໋ວານເຈິ໊ງພາ ຢັ້ງຢືນວ່າ ຢູນນານຈະສົມທົບກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຢ່າງແໜ້ນແຟ້ນໃນການປະຕິບັດບັນດາຂໍ້ຕົກລົງເຊິ່ງການນຳຂັ້ນສູງສອງປະເທດບັນລຸໄດ້ເປັນຢ່າງດີ ເພື່ອຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ແຂວງຢູນນານ ກັບບັນດາທ້ອງຖິ່ນເຂດຊາຍແດນ ຫວຽດນາມ ເວົ້າສະເພາະ ແລະ ສອງປະເທດ ເວົ້າລວມ. ທ່ານ ຢ໋ວານເຈິ໊ງພາ ເຊື່ອໝັ້ນວ່າ ແລວເສດຖະກິດຄຸນໝິງ - ຮ່າໂນ້ຍ - ຫ໋າຍຟ່ອງ ແນ່ນອນວ່າຈະພັດທະນາຢ່າງແຮງໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາໃຫ້ ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ

ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາໃຫ້ ພັດ​ທະ​ນາ​ເປັນ​ປົກ​ກະ​ຕິ, ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ

ສ່ວນ​ທ່ານ​ນາງ Jennifer Wicks ເອກ​ອັກ​ຄະ​ລັດ​ຖະ​ທູດ ປາດ​ຖະ​ໜາ​ຢາກໃຫ້​ສອງ​ຝ່າຍ​ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ແນ​ໃສ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ທີ່​ມີ​ມາດ​ຕະ​ຖານ​ສູງ, ນຳ​ມາ​ເຊິ່ງ​ລັກ​ສະ​ນະ​ສົມ​ທົບ, ຍຸ​ຕິ​ທຳ ແລະ ດຸ່ນ​ດ່ຽງ.

Top