• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງໄປເຂົ້າຮ່ວມວາລະປະຊຸມຮ່ວມຂອງກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດຢູ່ ນິວຢອກ

ຕອນຄ່ຳວັນທີ 26 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມວາລະປຶກສາຫາລືຮ່ວມຂັ້ນສູງຂອງກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 73

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຮອດສະໜາມບິນສາກົນ John F.Kennedy (ພາບ: VGP)

ໄດ້ໄປຮອດສະໜາມບິນສາກົນ John F.Kennedy, ນະຄອນ ນິວຢອກ ປະເທດ ອາເມລິກາ. ສານຂອງຄະນະຜູ້ແທນ ຫວຽດນາມ ນຳມາໃຫ້ວາລະປຶກສາຫາລືສຳຄັນນີ້ແມ່ນ “ເພີ່ມທະວີຄູ່ຮ່ວມມືທົ່ວໂລກ ເພື່ອໂລກສັນຕິພາບ, ຍຸຕິທຳ ແລະ ພັດທະນາແບບຍືນຍົງໃຫ້ແກ່ປະຊາຊົນທຸກຄົນ”.

       ໃນວັນທີ 27 ກັນຍາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະເຈົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລືຮ່ວມຂອງກອງປະຊຸມໃຫຍ່ສະມັດຊາສະຫະປະຊາຊາດຊຸດທີ 73; ໂອ້ລົມສົນທະນາກັບບັນດາວິສາຫະກິດ ອາເມລິກາ ກ່ຽວກັບການດຶງດູດການລົງທຶນຢູ່ ຫວຽດນາມ ໃນໄລຍະພັດທະນາເຕັກໂນໂລຊີ 4.0.

(​ແຫຼ່ງຄັດ​ຈາກ VOV)


ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top