• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ

ຕອນຄ່ຳວັນທີ 07 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກນະຄອນຫລວງ ຮ່າໂນ້ຍ,

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ (ພາບ: TTXVN)

ເດີນທາງໄປນະຄອນ Quebec, ເລີ່ມຕົ້ນລາຍການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ ແຕ່ວັນທີ 08-10/06/2018 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ການາດາ Justin Trudeau.

        ກອງປະຊຸມສຸດຍອດ G7 ປີ 2018 ໄດ້ຈັດຕັ້ງຢູ່ Charlevoix, ນະຄອນ Quebec ປະເທດ ການາດາ ດ້ວຍການເຂົ້າຮ່ວມຂອງ 7 ປະເທດອຸດສາຫະກຳພັດທະນາ (ຍີ່ປຸ່ນ, ອາເມລິກາ, ອັງກິດ, ຝະຣັ່ງ, ເຢຍລະມັນ, ການາດາ , ອີຕາລີ) ແລະ ສະຫະພາບ ເອີຣົບ.

        ກອງປະຊຸມສຸດຍອດ G7 ເປີດກ້ວາງ ຈະໄດ້ຈັດຕັ້ງໃນວັນທີ 09 ມິຖຸນາ ດ້ວຍການເຂົ້າຮ່ວມຂອງບັນດາປະເທດ G7, ສະຫະພາບ ເອີຣົບ ແລະ ບັນດາແຂກຖືກເຊີນລວມມີ: ຫວຽດນາມ, ອາກຊັງຕິນ, ບັງກາລາເທດ, ໄຮຕີ, ຈາໄມກາ, ເຄັນຢາ, ອາຟຣີກາໃຕ້, ຣາວັນດາ, ຊາມົວ, ເຊເນການ, ເຊແຊນ ແລະ ບາງອົງການຈັດຕັ້ງສາກົນ.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຕ້ອນຮັບປະທານສະພາແຫ່ງຊາດ ລາວ

ວັນທີ 04 ພະຈິກ, ຢູ່ ຮ່າໂນ້ຍ ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ ສອນໄຊ ສີພັນດອນ, ປະທານສະພາແຫ່ງຊາດ ລາວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

Top