ເດີນທາງໄປນະຄອນ Quebec, ເລີ່ມຕົ້ນລາຍການເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກ້ວາງ ແລະ ຢ້ຽມຢາມ ການາດາ ແຕ່ວັນທີ 08-10/06/2018 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ການາດາ Justin Trudeau.
ກອງປະຊຸມສຸດຍອດ G7 ປີ 2018 ໄດ້ຈັດຕັ້ງຢູ່ Charlevoix, ນະຄອນ Quebec ປະເທດ ການາດາ ດ້ວຍການເຂົ້າຮ່ວມຂອງ 7 ປະເທດອຸດສາຫະກຳພັດທະນາ (ຍີ່ປຸ່ນ, ອາເມລິກາ, ອັງກິດ, ຝະຣັ່ງ, ເຢຍລະມັນ, ການາດາ , ອີຕາລີ) ແລະ ສະຫະພາບ ເອີຣົບ.
ກອງປະຊຸມສຸດຍອດ G7 ເປີດກ້ວາງ ຈະໄດ້ຈັດຕັ້ງໃນວັນທີ 09 ມິຖຸນາ ດ້ວຍການເຂົ້າຮ່ວມຂອງບັນດາປະເທດ G7, ສະຫະພາບ ເອີຣົບ ແລະ ບັນດາແຂກຖືກເຊີນລວມມີ: ຫວຽດນາມ, ອາກຊັງຕິນ, ບັງກາລາເທດ, ໄຮຕີ, ຈາໄມກາ, ເຄັນຢາ, ອາຟຣີກາໃຕ້, ຣາວັນດາ, ຊາມົວ, ເຊເນການ, ເຊແຊນ ແລະ ບາງອົງການຈັດຕັ້ງສາກົນ.
(ແຫຼ່ງຄັດຈາກ VOV)