• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງ ກາວບັ່ງ

      ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຢູ່ແຂວງ ກາວບັ່ງ 2018 ດ້ວຍຫົວຂໍ້ວ່າ: “ກາວບັ່ງ - ກາລະໂອກາດແຫ່ງການລົງທຶນ, ພັດທະນາແບບຍືນຍົງ”...

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ກອງປະຊຸມ
      ຕອນເຊົ້າວັນທີ 25 ພະຈິກ, ຢູ່ນະຄອນກາວບັ່ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວຢູ່ແຂວງ ກາວບັ່ງ 2018 ດ້ວຍຫົວຂໍ້ວ່າ: “ກາວບັ່ງ - ກາລະໂອກາດແຫ່ງການລົງທຶນ, ພັດທະນາແບບຍືນຍົງ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງບັນດາຄຸນຄ່າຍຸດທະສາດດ້ານພູມສາດ ແລະ ຄວາມສາມາດເຊື່ອມຕໍ່ໃນຫຼາຍດ້ານຂອງແຂວງ ກາວບັ່ງ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ແຂວງ ກາວບັ່ງ ຈະປະຈັນບານໃນການປ່ຽນແປງໃໝ່ ແລະ ພັດທະນາ, ມີບາດກ້າວບຸກທະລຸໃໝ່ໃນໄລຍະຈະມາເຖິງ.

ບັນດາຜູ້ແທນທີ່ກອງປະຊຸມ
      ບົນຈິດໃຈນັ້ນ,ທ່ານນາຍົກລັດຖະມົນຕີຖືວ່າ ແຂວງ ກາວບັ່ງ ຄວນສຸມໃສ່ເຂົ້າ 3 ທິດທາງຕົ້ນຕໍ, ນັ້ນແມ່ນການບໍລິການທ່ອງທ່ຽວ; ປຸງແຕ່ງກະສິກຳ ປ່າໄມ້, ໝູນໃຊ້ເຕັກໂນໂລຊີສູງ; ແລະ ເສດຖະກິດດ່ານຊາຍແດນ, ທ່ານກ່າວວ່າ:
        ຂ້າພະເຈົ້າໄດ້ເນັ້ນໜັກເຖິງຂະແໜງອາຊີບເຊິ່ງເປັນທ່າແຮງ, ມີແຫຼ່ງວັດຖຸດິບ, ມີຕະຫຼາດໃຫຍ່, ນັ້ນແມ່ນການປູກປ່າ, ປຸງແຕ່ງໄມ້, ເຄື່ອງຫັດຖະກຳ, ມີຄຸນນະພາບດີ, ໃຫ້ຕະຫຼາດໃກ້ຄຽງຈີນ. ຢູ່ບັນດາງານຕະຫຼາດນັດຢູ່ແຂວງ ນານໜິງ ຫຼື ຊ່ຽງໄຮ່ ຜ່ານມາ, ບັນດາຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ໄດ້ວາງສະແດງເຄື່ອງໄມ້ເປັນຈຳນວນຫຼາຍ. ເຄື່ອງໄມ້ກໍ່ແມ່ນໜຶ່ງໃນບັນດາປະເພດສິນຄ້າສົ່ງອອກດ້ວຍຂອບຂະໜາດໃຫຍ່ສຸດຂອງ ຫວຽດນາມ. ການປູກປ່າ, ປຸງແຕ່ງໄມ້, ເຄື່ອງຫັດຖະກຳທີ່ສົ່ງອອກໄປຍັງບັນດາຕະຫຼາດ, ໃນນັ້ນມີຕະຫຼາດຈີນ ແມ່ນທິດໃຫມ່ເຊິ່ງພວກເຮົາຕ້ອງເອົາໃຈໃສ່ເປັນພິເສດ.
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top