• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມໝູ່ບ້ານເຄື່ອງປັ້ນດິນເຜົາບາດຈ່າງ

ານນາຍົກລັດຖະມົນຕີ ໄດ້ມີການພົບປະ, ໂອ້ລົມກັບອຳນາດການປົກຄອງ, ບັນດານັກສິລະປະປິນຂອງໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ ແລະ ປະຊາຊົນ ຢູ່ສາລາບ້ານບາດຈ່າງ.


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບຂອງຂວັນໃຫ້ນັກສິລະປະປິນຂອງໝູ່ບ້ານ

(ພາບ: Thống Nhất/TTXVN) 

ຕອນບ່າຍວັນທີ 28 ມີນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຊົມງານວາງສະແດງເຄື່ອງປັ້ນດິນເຜົາ ບາດຈ່າງ, ຢູ່ຕາແສງ ບາດຈ່າງ, ເມືອງ ຢາເລີມ, ນະຄອນ ຮ່າໂນ້ຍ, ເຊິ່ງເປັນໜຶ່ງໃນບັນດາສະຖານທີ່ໂດ່ງດັ່ງທີ່ສຸດຂອງນະຄອນຫຼວງ ແລະ ທົ່ວປະເທດນັບຮ້ອຍປີມານີ້ກ່ຽວກັບອາຊີບເຄື່ອງປັ້ນດິນເຜົາ. ທ່ານນາຍົກລັດຖະມົນຕີ ໄດ້ມີການພົບປະ, ໂອ້ລົມກັບອຳນາດການປົກຄອງ, ບັນດານັກສິລະປະປິນຂອງໝູ່ບ້ານເຄື່ອງປັ້ນດິນເຜົາ ບາດຈ່າງ ແລະ ປະຊາຊົນ ຢູ່ສາລາບ້ານບາດຈ່າງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມປະທັບໃຈໃນສະພາບການເສດຖະກິດການຕະຫຼາດ, ໝູ່ບ້ານ ບາດຈ່າງ ຍັງຄົງຮັກສາ, ເສີມຂະຫຍາຍບັນດາຄຸນຄ່າດ້ານວັດທະນະທຳທີ່ເປັນມູນເຊື້ອໄວ້, ທັງພັດທະນາເສດຖະກິດມີປະສິດທິຜົນສູງ. ທ່ານ ຖືວ່າ, ບັນດາຜົນງານຂອງໝູ່ບ້ານບາດຈ່າງ ອາດຈະຖືວ່າແມ່ນບົດຮຽນອັນລ້ຳຄ່າໃຫ້ບັນດາໝູ່ບ້ານອາຊີບອື່ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດາຜະລິດຕະພັນຢູ່ ບາດຈ່າງ ໄດ້ຮັບການຈຳໜ່າຍຢູ່ຫຼາຍບ່ອນພາຍໃນປະເທດ ແລະ ຕ່າງປະເທດ, ໄດ້ຮັບຄວາມນິຍົມຊົມຊອບຈາກແຂກທ່ອງທ່ຽວສາກົນ.

(ແຫຼ່ງຄັດຈາກ VOV)


ເສີມຂະຫຍາຍຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງຢ່າງມີປະສິດທິຜົນ

ເສີມຂະຫຍາຍຖານຂໍ້ມູນລະດັບຊາດກ່ຽວກັບພົນລະເມືອງຢ່າງມີປະສິດທິຜົນ

ແລະກໍ່ໃນຕອນບ່າຍວັນດຽວກັນ, ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການເຂົ້າ - ອອກເມືອງຂອງພົນລະເມືອງ ຫວຽດນາມ

Top