• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດ ອາຟຣີກາ ໃຕ້ເຂົ້າຢ້ຽມອຳລາ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ ຫວຽດນາມ ແລະ ອາຟຣີກາ ສືບຕໍ່ຍູ້ແຮງການແລກປ່ຽນຄ້າຂາຍ, ເພີ່ມທະວີການຮ່ວມມືໃນທຸກຂົງເຂດ

ທ່ານນາງ Kgomotso Ruth Magau ແລະ  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ 
      ຕອນບ່າຍວັນທີ 8 ທັນວາ, ໃນການຕ້ອນຮັບທ່ານນາງ Kgomotso Ruth Magau, ເອກອັກຄະລັດຖະທູດ ອາຟຣີກາ ໃຕ້ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສຳເລັດໜ້າທີ່ການທູດຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ, ໃນຖານະຕຳແໜ່ງໃໝ່, ທ່ານນາງ Kgomotso Ruth Magau ຈະສືບຕໍ່ສະໜັບສະໜູນ  ແລະ ຊຸກຍູ້ເພີ່ມທະວີການຮ່ວມມືຫຼາຍດ້ານ ກັບ ຫວຽດນາມ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີໃຫ້ ຫວຽດນາມ ແລະ ອາຟຣີກາ ສືບຕໍ່ຍູ້ແຮງການແລກປ່ຽນຄ້າຂາຍ, ເພີ່ມທະວີການຮ່ວມມືໃນທຸກຂົງເຂດ, ສູ້ຊົນຍົກວົງເງິນການຄ້າຂຶ້ນໃນລະດັບກ່ວາ 1 ຕື້ USD ຄືໃນປະຈຸບັນ. ພ້ອມກັນນັ້ນ, 2 ປະເທດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງເສີມການລົງທຶນຂອງວິສາຫະກິດ 2 ປະເທດ ເຂົ້າ ອາຟຣີກາ ໃຕ້ ແລະ ຫວຽດນາມ, ພິເສດແມ່ນໃນຂົງເຂດກະສິກຳ.
        ສ່ວນທ່ານນາງເອກອັກຄະລັດຖະທູດ Kgomotso Ruth Magau ຢັ້ງຢືນວ່າໃນໄລຍະຈະມາເຖິງ, ຜ່ານ ເອກອັກຄະລັດຖະທູດຄົນໃໝ່, ອາຟຣີກາ ໃຕ້ ຈະສືບຕໍ່ຊຸກຍູ້ການຮ່ວມມືກັບ ຫວຽດນາມ ພິເສດແມ່ນໃນຂົງເຂດກະສິກຳ.
ແຫຼ່ງຄັດຈາກ VOV

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top