• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເອກອັກຄະລັດຖະທູດໄທເຂົ້າຢ້ຽມອຳລາ

      ຫວຽດນາມ ຍາມໃດກໍ່ ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ດີ ເພື່ອດຶງດູດບັນດານັກລົງທຶນ ໄທ ເຂົ້າມາລົງທຶນຢູ່ ຫວຽດນາມ, ດຶງດູດແຂກທ່ອງທ່ຽວ ໄທ ມາຢ້ຽມຢາມ ຫວຽດນາມ ຫຼາຍກ່ວາອີກ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດໄທ ມານົບໃຈ ວົງພັກດີ ເຂົ້າຢ້ຽມອຳລາ
      ຕອນບ່າຍວັນທີ 6 ເມສາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ໄທ ມານົບໃຈ ວົງພັກດີ, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການການທູດ ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ເລື່ອງ ທ່ານເອກອັກຄະລັດຖະທູດ ໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ, ສ້າງຄວາມປະທັບໃຈອັນດີງາມຕໍ່ປະຊາຊົນ ຫວຽດນາມ, ປະກອບສ່ວນເຂົ້າໃນນ້ຳໃຈມິດຕະພາບອັນເລິກເຊິ່ງລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ດີ ເພື່ອດຶງດູດບັນດານັກລົງທຶນ ໄທ ເຂົ້າມາລົງທຶນຢູ່ ຫວຽດນາມ, ດຶງດູດແຂກທ່ອງທ່ຽວ ໄທ ມາຢ້ຽມຢາມ ຫວຽດນາມ ຫຼາຍກ່ວາອີກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ບັນດາການເຄື່ອນໄຫວທີ່ມີປະສິດທິຜົນຂອງທ່ານເອກອັກຄະລັດຖະທູດ ຢູ່ ຫວຽດນາມ ໃນໄລຍະຜ່ານມາ ແມ່ນບົດຮຽນທີ່ດີຕໍ່ເອກອັກຄະລັດຖະທູດໄທຄົນໃໝ່ ເພື່ອສືບຕໍ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາອັນດີງາມກ່ວາອີກ.
        ເນື່ອງໃນໂອກາດບຸນປີໃໝ່ ສົງການ ໄທ ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຝາກຄຳອວຍພອນປີໃໝ່ເຖິງທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ.
        ສ່ວນທ່ານເອກອັກຄະລັດຖະທູດ ໄທ ມານົບໃຈ ວົງພັກດີີ ຢືນຢັນວ່າ ຍາມໃດໄທກໍ່ຫວັງວ່າ 2 ປະເທດ ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ ແລະ ບັນດາການເຄື່ອນໄຫວຊຸກຍູ້ການຮ່ວມມືລົງທຶນລະຫວ່າງ 2 ປະເທດ. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ: ໄລຍະຈະມາເຖິງ, ເຖິງວ່າຈະດຳລົງໃນຖານະຕຳແໜ່ງໃດກໍ່ຕາມ, ແຕ່ຍາມໃດທ່ານ ກໍ່ຈະປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)
 

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top