• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບສະຫະພັນວິສາຫະກິດ ອາເມລິກາ APEC

      ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ອາເມລິກາ  ໃນທຸກໆຂົງເຂດ ແລະ ຊົມເຊີຍບັນດານັກລົງທຶນ ອາເມລິກາ ຊອກຮູ້ ກາລະໂອກາດລົງທຶນ ດຳເນີນທຸລະກິດ ຢູ່ ຫວຽດນາມ.

ທ່ານນາງ Monica Whaley ແລະ ທ່ານ ຫງວຽນຊວນຟຸກ 
      ຕອນບ່າຍວັນທີ 7 ພະຈິກ, ຢູ່ນະຄອນ ດ່ານັ້ງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບການນຳບັນດາກຸ່ມບໍລິສັດ ແລະ ວິສາຫະກິດ ຂຶ້ນກັບສະຫະພັນວິສາຫະກິດ ອາເມລິກາ APEC (NCAPEC) ໂດຍທ່ານນາງ Monica Whaley, ປະທານ NCAPEC, ນຳໜ້າ.
        ນະທີ່ນີ້, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ຫວຽດນາມ ປາດຖະໜາຢາກຮ່ວມມືກັບ ອາເມລິກາ  ໃນທຸກໆຂົງເຂດ ແລະ ຊົມເຊີຍບັນດານັກລົງທຶນ ອາເມລິກາ ຊອກຮູ້ ກາລະໂອກາດລົງທຶນ ດຳເນີນທຸລະກິດ ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ສະຫະພັນວິສາຫະກິດ ອາເມລິກາ ປະກອບສ່ວນເຂົ້າການພົວພັນ 2 ປະເທດ ຜ່ານການຊຸກຍູ້ບັນດາການຮ່ວມມືການຄ້າ ແລະ ການລົງທຶນ; ຖ່າຍທອດເຕັກໂນໂລຢີ, ຈັດຕັ້ງບັນດາການເຄື່ອນໄຫວສົ່ງເສີມການຄ້າ - ການລົງທຶນລະຫວ່າງວິສາຫະກິດ 2 ປະເທດ.
        ສ່ວນທ່ານນາງ ປະທານ NCAPEC Monica Whaley ຕີລາຄາສູງສະພາບການລົງທຶນດຳເນີນທຸລະກິດ ຂອງ ຫວຽດນາມ ແລະ ປາດຖະໜາຢາກລົງທຶນຍາວນານຢູ່ ຫວຽດນາມ. ຜູ້ຕາງໜ້າບາງວິສາຫະກິດ ໃຫ້ຮູ້ວ່າ ພວມມານະພະຍາຍາມກາຍເປັນຂົວເຊື່ອມຕໍ່ເພື່ອດຶງດູດຫຼາຍວິສາຫະກິດ ອາເມລິກາ ລົງທຶນເຂົ້າ ຫວຽດນາມ ກ່ວາອີກ, ໃນນັ້ນ ມີການແນະນຳ ກ່ຽວກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ຢ່າງສະດວກຂອງ ຫວຽດນາມ ເຖິງບັນດານັກລົງທຶນ ອາເມລິກາ.       
 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top