• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາວ

      ຕອນເຊົ້າວັນທີ 04 ເມສາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາວ ຄຳມະນີ ອິນທິລາດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີ ຄຳມະນີ ອິນທິລາດ (ພາບ: VGP)
      ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງທ່ານລັດຖະມົນຕີ ຄຳມະນີ ອິນທິລາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ພາຍຫລັງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 40 ເພື່ອຜັນຂະຫຍາຍບັນດາໝາກຜົນຂອງກອງປະຊຸມໃນຂົງເຂດພະລັງງານໃນທັນທີ. ເນື່ອງໃນໂອກາດບຸນປີໃໝ່ລາວ 2018, ທ່ານນາຍົກລັດຖະມົນຕີໄດ້ອວຍພອນ ປີໃໝ່ທ່ານລັດຖະມົນຕີພ້ອມດ້ວຍຄະນະ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຂອບໃຈລັດຖະບານ ລາວ ແລະ ທ່ານລັດຖະມົນຕີໃນນາມສ່ວນຕົວທີ່ໄດ້ເອົາໃຈໃສ່ ສະໜັບສະໜູນ ວິສາຫະກິດ ຫວຽດນາມ ລົງທຶນໃນບັນດາໂຄງການເຂື່ອນໄຟຟ້ານ້ຳຕົກ, ຂຸດຄົ້ນແຮ່ທາດຢູ່ ລາວ ໃນໄລຍະຜ່ານມາ.
        ທ່ານນາຍົກລັດຖະມົນຕີ ແລະ ທ່ານລັດຖະມົນຕີ ຄຳມະນີ ອິນທິລາດ ໄດ້ແລກປ່ຽນບາງເນື້ອໃນກ່ຽວກັບເລື່ອງຜັນຂະຫຍາຍບັນດາໂຄງການຮ່ວມມືລະຫວ່າງ ຫວຽດນາມ ແລະ ລາວ ໃນຂົງເຂດພະລັງງານ, ບໍ່ແຮ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ການຮ່ວມມືລະຫວ່າງ 2 ພື້ນຖານເສດຖະກິດແມ່ນຈຳເປັນ ເພື່ອໃຫ້ 2 ຝ່າຍເສີມຂະຫຍາຍທ່າແຮງ. ທ່ານນາຍົກລັດຖະມົນຕີຖືວ່າ: ໄຟຟ້ານ້ຳຕົກ ແລະ ພະລັງງານຜະລິດຄືນໃໝ່ແມ່ນບັນດາທ່າແຮງຂອງລາວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເໜີຝ່າຍ ລາວ ສ້າງເງື່ອນໄຂສະດວກໃຫ້ແກ່ບັນດານັກລົງທຶນຜັນຂະຫຍາຍບັນດາໂຄງການ, ປະຕິບັດບັນດາຂໍ້ຕົກລົງເຊິ່ງໄດ້ລົງນາມ ເພື່ອຮັບປະກັນລັກສະນະເປັນໄປໄດ້, ມີປະສິດທິຜົນ, ຮັບປະກັນບັນຫາສິ່ງແວດລ້ອມ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ຫວຽດ​ນາມ ຈະ​ຈັດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສີ​ຂຽ​ວ (GEF) 2023

ວັນທີ 2 ພະຈິກຈະມາເຖິງ, ຢູ່ຮ່າໂນ້ຍ ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham ຫວຽດນາມ) ຈະຈັດເວທີປາໄສເສດຖະກິດສີຂຽວ (GEF) 2023.

Top