
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ(ຢູ່ກາງ)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາສູງບັນດານັກການທູດທີ່ໄດ້ມານະພະຍາຍາມສ້າງສາຍສຳພັນມິດຕະພາບລະຫວ່າງຫວຽດນາມ ແລະ ເພື່ອນມິດໃນທົ່ວໂລກ, ສ້າງຖານະບົດບາດຂອງຫວຽດນາມນັບມື້ນັບສູງຂຶ້ນ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຍັງຍົກໃຫ້ເຫັນສະພາບການເສດຖະກິດໂລກທີ່ຂາດສະຖຽນລະພາບ , ຍາກທີ່ຈະຄາດຄະເນໄວ້ລ່ວງໜ້າ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :
“ ການທູດສ້າງສາພັດທະນາ ຄວນເປັນເຈົ້າການ ແລະ ປະດິດຄິດສ້າງຢ່າງມີປະສິດທິຜົນ. ເຫຼືອພຽງອີກ 2 ປີເທົ່ານັ້ນ, ແມ່ນຈະສິ້ນສຸດອາຍຸການຊຸດໃໝ່ ແລະ ວຽກງານຢ່າງມະຫາສານພວມລໍ່ຖ້າພວກເຮົາ ນັບທັງວຽກງານຢູ່ພາຍໃນປະເທດ ແລະ ສາກົນ, ການພົວພັນກັບຕ່າງປະເທດ. ດັ່ງນັ້ນ, ຂ້າພະເຈົ້າສະເໜີວ່າ ບັນດາພະນັກງານການທູດຕ້ອງປຶກສາຫາລື, ວາງອອກວິທີແກ້ໄຂເພື່ອປະກອບສ່ວນເຂົ້າໃນຄວາມສຳເລັດບັນດາວຽກງານດັ່ງກ່າວ ”
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຍັງສະເໜີບັນດານັກການທູດຈົ່ງເສີມຂະຫຍາຍທີ່ຕັ້ງບົດບາດຍຸດທະສາດຂອງຫວຽດນາມ ແລະ ຖືວຽກງານສ້າງ ແລະ ປັບປຸງທີ່ຕັ້ງບົດບາດນີ້ແມ່ນໜຶ່ງໃນບັນດາບຸລິມະສິດຂອງວຽກງານການຕ່າງປະເທດ, ສ້າງປະຖົມປັດໄຈ ແລະ ພື້ນຖານແກ່ການພັດທະນາ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ສະເໜີວ່າ:
“ ຂ້າພະເຈົ້າສະເໜີກະຊວງການຕ່າງປະເທດຄວນສົມທົບລະຫວ່າງບັນດາຂະແໜງເພື່ອຊອກຫາບັນດາແບບວິທີທີ່ມີຫົວຕິດປະດິດສ້າງ, ມີໄຫວພິບ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ, ຂຸດຄົ້ນບັນດາຈຸດດີ, ແກ້ໄຂຄວາມບໍ່ລົງລອຍກັນ ແລະ ສິ່ງສຳຄັນແມ່ນສ້າງບັນດາກາລະໂອກາດເພື່ອປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ”.