
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດ່ານັ້ງ ໃນການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ແລະ ພັດທະນາເສດຖະກິດ - ສັງຄົມ ໃນໄລຍະຜ່ານມາ. ກ່ຽວກັບວຽກງານທີ່ນະຄອນ ດ່ານັງ ຕ້ອງປະຕິບັດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ : ນະຄອນ ດ່າໜັງ ຕ້ອງເສີມຂະຫຍາຍຈິດໃຈກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກຳແໜ້ນສະພາບການ, ເຄົາລົບພຶດຕິກຳຕົວຈິງ, ຖືເອົາພຶດຕິກຳຕົວຈິງ ເປັນໄມ້ວັດເພື່ອສືບຕໍ່ຊຸກຍູ້ບັນດາໜ້າທີ່ຕົ້ນຕໍ. ທາງນະຄອນຕ້ອງສ້າງລະບົບອົງການສຳນັກງານປົກຄອງທີ່ໃສສະອາດ ແລະ ປະຊາທິປະໄຕຢ່າງແທ້ຈິງ, ທຸກສິ່ງທຸກຢ່າງແມ່ນເພື່ອປະຊາຊົນ…
(ແຫຼ່ງຄັດຈາກ VOV)