ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີ້ງ ເຮັດວຽກກັບການນຳຫຼັກແຫຼ່ງຂອງນະຄອນ ດ່ານັ້ງ

ຕອນບ່າຍວັນທີ 1 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ເປັນປະທານກອງປະຊຸມທາງໄກລະຫວ່າງຄະນະປະຈຳລັດຖະບານ ແລະ ການນຫຼັກແຫຼ່ງນະຄອນ ດ່ານັງ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງກ່າວຄຳເຫັນທີ່ກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ໄດ້ຮັບຮູ້ ແລະ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງອຳນາດການປົກຄອງ ແລະ ປະຊາຊົນນະຄອນ ດ່ານັ້ງ ໃນການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ແລະ ພັດທະນາເສດຖະກິດ - ສັງຄົມ ໃນໄລຍະຜ່ານມາ.  ກ່ຽວກັບວຽກງານທີ່ນະຄອນ ດ່ານັງ ຕ້ອງປະຕິບັດໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ : ນະຄອນ ດ່າໜັງ ຕ້ອງເສີມຂະຫຍາຍຈິດໃຈກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກຳແໜ້ນສະພາບການ, ເຄົາລົບພຶດຕິກຳຕົວຈິງ, ຖືເອົາພຶດຕິກຳຕົວຈິງ ເປັນໄມ້ວັດເພື່ອສືບຕໍ່ຊຸກຍູ້ບັນດາໜ້າທີ່ຕົ້ນຕໍ.  ທາງນະຄອນຕ້ອງສ້າງລະບົບອົງການສຳນັກງານປົກຄອງທີ່ໃສສະອາດ ແລະ ປະຊາທິປະໄຕຢ່າງແທ້ຈິງ, ທຸກສິ່ງທຸກຢ່າງແມ່ນເພື່ອປະຊາຊົນ…
(ແຫຼ່ງຄັດຈາກ VOV)

top