• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີງ ເຮັດວຽກກັບຄະນະປະຈຳພັກແຂວງ ບັກກ້ານ

ໃນການເດີນທາງປະຕິບັດງານຢູ່ແຂວງ ບັກກ້ານ, ຕອນເຊົ້າວັນທີ 16 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຮັດວຽກກັບຄະນະປະຈຳພັກແຂວງ ບັກກ້ານ.
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງກ່າວຄຳເຫັນທີ່ການເຮັດວຽກ

ກ່າວຄຳເຫັນທີ່ນີ້, ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງສຸມໃສ່ຂຸດຄົ້ນທ່າແຮງທາງດ້ານ ປ່າໄມ້ໃນລະດັບສູງສຸດ ແລະ ພັດທະນາເສດຖະກິດປ່າ ດ້ວຍ 3 ປາຍແຫຼມຄື: ຂາຍໃບຢັ້ງຢືນການກຳຈັດກາກບອນ; ການພັດທະນາໄຟຟ້າຊີວະມວນ; ການພັດທະນາອຸດສາຫະກໍາຂອງຜະລິດຕະພັນຊີວະພາບຈາກປ່າໄມ້.

ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ກໍ່ເນັ້ນໜັກວ່າ ແຂວງຕ້ອງປະຕິບັດການວາງແຜນຜັງ ແລະ ພັດທະນາໂຄງປະກອບໂຄງລ່າງເປັນຢ່າງດີ, ຖືວ່ານີ້ແມ່ນໜ້າທີ່ການເມືອງຈຸດສຸມ ແລະ ບຸລິມະສິດຂອງແຂວງ. ຮີບເຮັ່ງສ້າງສຳເລັດ ແລະ ຍື່ນສະເໜີ ໃຫ້ເຊັນອະນຸມັດແຜນຜັງແຂວງ ໄລຍະ 2021-2030, ວິໄສທັດຮອດປີ 2050 . ສຸມໃສ່ພັດທະນາໂຄງລ່າງການຫັນເປັນດິຈິຕອນ; ສຸມໃສ່ພັດທະນາຂະແໜງກະສິກຳໃຫ້ມີປະສິດທິຜົນ ແລະ ຍືນຍົງ, ເປັນຈຸດສຸມໃນການຊຸກຍູ້ເສດຖະກິດ. ເພີ່ມທະວີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຫຼ່ງຊັບພະຍາກອນທີ່ດິນ, ດິນຟ້າອາກາດ, ແຫຼ່ງນ້ຳສະອາດ ແລະ ຊີວະນາໆພັນ ເພື່ອຜະລິດກະສິກຳຜະລິດຄະພັນກະເສດເປັນສິນຄ້າຕາມທິດລວມສູນ, ເປີດກ້ວາງຂອບຂະໜາດການຜະລິດ, ຮັບປະກັນສະພາບແວດລ້ອມຊີວະພາບ, ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງຄັດຈາກ VOV)

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ລັດ​ຖະ​ບານ​ມາ​ນະ​ພະ​ຍາ​ຍາມ​​ປະ​ຕິ​ບັດ​ພາ​ລະ​ກຳ​ສ້າງ​ສາ​ພັດ​ທະ​ນາຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ

ວັນທີ 21 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ດຳເນີນການປຶກສາຫາລືເອກະສານສະບັບຕ່າງໆຂອງກອງປະຊຸມໃຫຍ່. ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ໄດ້ເປັນປະທານວາລະປຶກສາຫາລື.

Top