• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີງ ເດີນທາງເຂົ້າຮ່ວມກອງປະຊຸມ COP28 ແລະ ຢ້ຽມຢາມຕວກກີ ຢ່າງເປັນທາງການ

ກອງປະຊຸມສຸດຍອດການກະທຳດິນຟ້າອາກາດໂລກທີ່ COP28 ແມ່ນເຫດການຫຼາຍຝ່າຍທີ່ສຳຄັນທີ່ສຸດຂອງປີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມ COP28 ໄດ້ດຳເນີນໄປຢູ່ດູບາຍ (UAE) ແຕ່ວັນທີ 30 ພະຈິກ ຫາ 12 ທັນວາ.

ໂດຍຮັບຄຳເຊີນຂອງລັດຖະບານ ສະຫະລັດ ອາຣັບ ເອມີເຣດ (UAE) ແລະ ລັດຖະບານ ສາທາລະນະລັດ ຕວກກີ, ຕອນບ່າຍວັນທີ 28/11, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປ ເຂົ້າຮ່ວມກອງປະຊຸມສຸດຍອດການກະທຳດິນຟ້າອາກາດໂລກຊຶ່ງດຳເນີນໃນຂອບເຂດກອງປະຊຸມຄັ້ງທີ 28 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28), ດຳເນີນບາງການເຄື່ອນໄຫວສອງຝ່າຍຢູ່ UAE ແລະ ການຢ້ຽມຢາມຕວກກີຢ່າງເປັນທາງການ.

ກອງປະຊຸມສຸດຍອດການກະທຳດິນຟ້າອາກາດໂລກທີ່ COP28 ແມ່ນເຫດການຫຼາຍຝ່າຍທີ່ສຳຄັນທີ່ສຸດຂອງປີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ກອງປະຊຸມ COP28 ໄດ້ດຳເນີນໄປຢູ່ດູບາຍ (UAE) ແຕ່ວັນທີ 30 ພະຈິກ ຫາ 12 ທັນວາ.

ການທີ່ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ເຂົ້າຮ່ວມກອງປະຊຸມ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບ, ຂໍ້ລິເລີ່ມ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ; ຊ່ວຍໃຫ້ປະຊາຄົມໂລກເຂົ້າໃຈບັນດາແຜນນະໂຍບາຍ, ຄວາມຕັດສິນໃຈ, ຄວາມມານະພະຍາຍາມ ແລະ ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຂອງຫວຽດນາມ ໃນການຕອບໂຕ້ການປ່ຽນແປງຂອງດິນຟ້າອາກາດ

ທີ່ພິທີສະເຫຼີມສະຫຼອງ, ໄດ້ດຳເນີນງານຄອນເສີດມິດຕະພາບຫວຽດນາມ - ຍີ່ປຸ່ນ.

 

(ແຫຼ່ງຄັດຈາກ VOV)

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຍົກລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສິງ​ກະ​ໂປ ແລະ ທີ່​ຕັ້ງ​ບົດ​ບາດຂອງ ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແລ້ວ ຈຸດ​ສຸມ​ຂອງ ການ​ຢ້ຽມ​ຢາ​ສິງ​ກະ​ໂປ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທ​ານ​ປະ​ເທດ ໂຕ​ເລິມ ແມ່ນ​ການ​ເຂົ້າ​ຮ່ວມ​ແລະ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ Shangri-la.

Top