• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈີງ ສັນທະນາກັບຊາວກະສິກອນ

ຕອນບ່າຍວັນທີ 30ທັນວາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ກອງປະຊຸມກ່ຽວກັບ ນາຍົກລັດຖະມົນຕີສົນທະນາກັບຊາວກະສິກອນປີນີ້ໄດ້ດຳເນີນໄປດ້ວຍຫົວຂໍ້ວ່າ: “ຊາວກະສິກອນແມ່ນເຈົ້າກຳ ແລະ ເປັນໃຈກາງໃນການພັດທະນາກະສີກຳ, ເສດຖະກິດ ແລະ ກໍ່ສ້າງຊົນນະບົດໃໝ່ສີຂຽວ ຍືນຍົງ ."
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ສັນທະນາກັບຊາວກະສິກອນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຮຽກຮ້ອງໃຫ້ບັນດາຜູ້ແທນແບ່ງປັນຄວາມເອກອ້າງທະນົງໃຈ, ຄວາມປະທັບໃຈ, ກໍຄືຄວາມເປັນຫ່ວງກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ, ຜ່ານນັ້ນສ້າງແຮງຈູງໃຈຕັດສິນໃຈປະຕິບັດບັນດາເປົ້າໝາຍກະສິກຳ. , ຊາວກະສິກອນ ແລະ ຊົນນະບົດຮອດປີ 2030, ມີວິໄສທັດຮອດປີ 2045.  

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ, ກອງປະຊຸມ ສົນທະນາດຳເນີນໄປໃນຊຸມມື້ທ້າຍປີ, ສະນັ້ນ, ທຸກພາກສ່ວນທີ່ ເຂົ້າຮ່ວມການສົນທະນາຕ້ອງຕີລາຄາສະພາບການ ແລະ ສິ່ງທີ່ໄດ້ດຳເນີນໂດຍສັງເຂບ, ພາວະວິໄສ, ຮອບດ້ານ; ກວມລວມ, ນຳສະເໜີທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ ເພື່ອບັນລຸເປົ້າໝາຍ “ຊົນນະບົດທັນສະໄໝ, ຊາວກະສິກອນສີວິໄລ, ກະສິກຳຊີວະພາບ”, ຊາວກະສິກອນປັນຍາຊົນ.

ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ດຳເນີນການສົນທະນາຢ່າງແທດຈິງ, ໄປຕົງເຂົ້າບັນຫາ, ສິ່ງກີດຂວາງ, ຄວາມຫຍຸ້ງຍາກ ແລະ ອຸປະສັກ, ພາຍຫຼັງການສົນທະນາກໍ ຕ້ອງມີຄວາມກ້າວໜ້າ, ອັນສຸດທ້າຍແມ່ນຕ້ອງມີຜະລິດຕະພັນລະອຽດ, ມີເງິນມີທຶນ, ເຂົ້າສານ, ທາງຄົມມະນາຄົມ, ປ່ຽນແປງໂສມໜ້າຊົນນະບົດໃຫ້ດີກ່ວາອີກ, ດ້ວຍທິດນຳ ທີ່ວ່າຊີວິດຊາວນາເປັນໃຈກາງ, ເປັນເຈົ້າກຳ , ຊົນນະບົດເປັນພື້ນຖານ, ກະສິກຳເປັນກຳລັງໜູນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ອະ​ດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ ແລະ ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ອະ​ດີດ​ການ​ນຳ​ຂັ້ນ​ສູງ​ຂອງ​ລາວ ແລະ ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ລາວ

ຮອດຕອນຄ່ຳວັນທີ 10 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສປປ. ລາວ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 47 ຂອງຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ແຕ່ວັນທີ 9 – 10 ມັງກອນ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຢ່າງເປັນທາງການ.

Top