• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດເຄື່ອນທີ່

ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຳລັງຕຳຫຼວດປະຊາຊົນເວົ້າລວມ, ກຳລັງຕຳຫຼວດເຄື່ອນທີ່ເວົ້າສະເພາະ, ເປັນເຈົ້າການກຳແໜ້ນ, ຄາດຄະເນສະພາບການຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄົບຊຸດບັນດາມາດຕະການປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ...
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ຕອນເຊົ້າວັນທີ 14 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດເຄື່ອນທີ່ ແລະ ຕ້ອນຮັບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ໃນສະພາບການພາຍໃນປະເທດ ແລະ ສາກົນປະຈຸບັນ, ໜ້າທີ່ຂອງກຳລັງຕຳຫຼວດປະຊາຊົນ, ໃນນັ້ນມີກຳລັງຕຳຫຼວດເຄື່ອນທີ່, ນັບມື້ນັບໜັກໜ່ວງ ແລະ ສັບສົນກ່ວາເກົ່າ. ດັ່ງນັ້ນ, ກຳລັງຕຳຫຼວດເຄື່ອນທີ່ຕ້ອງເປັນກຳລັງຍອດຢ້ຽມແທ້ຈິງ, ມີວິຊາສະເພາະເກັ່ງ, ປະກອບອາວຸດທັນສະໄໝ; ປ່ຽນແປງໃໝ່ຈິນຕະນາການ, ການກະທຳຢ່າງບໍ່ຢຸດຢັ້ງ...

ທ່ານນາຍົກລັດຖະມົນຕີສະເໜີໃຫ້ກຳລັງຕຳຫຼວດປະຊາຊົນເວົ້າລວມ, ກຳລັງຕຳຫຼວດເຄື່ອນທີ່ເວົ້າສະເພາະ, ເປັນເຈົ້າການກຳແໜ້ນ, ຄາດຄະເນສະພາບການຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄົບຊຸດບັນດາມາດຕະການປ້ອງກັນ, ຕ້ານອາດຊະຍາກຳ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ແກ້ໄຂບັນດາການເຄື່ອນໄຫວເຕົ້າໂຮມຫຼາຍຄົນເພື່ອມ້າງເພທຳລາຍຄວາມສະຫງົບ, ກໍ່ການຈາລະຈົນ, ກໍ່ການຮ້າຍ; ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ກະທັນຫັນ, ປົກປ້ອງບັນດາເປົ້າໝາຍ, ບັນດາເຫດການການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຂອງປະເທດຊາດ, ບັນດາຄະນະແຂກສາກົນ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ; ຕັ້ງໜ້າເຂົ້າຮ່ວມການຊອກຫາກູ້ໄຟກູ້ຊີບ, ປ້ອງກັນ, ຕ້ານ, ແກ້ໄຂວິນາດສະກຳ, ໄພພິບັດທຳມະຊາດ, ໄພນ້ຳຖ້ວມ.

(ແຫຼ່ງຄັດຈາກ VOV)

ນະຄອນ ໂຮ່ຈີມິນ ສືບຕໍ່ບັນລຸເປົ້າໝາຍດຶງດູດທຶນ FDI 11 ຕື້ໂດລາສະຫະລັດ ໃນປີ 2026

ນະຄອນ ໂຮ່ຈີມິນ ສືບຕໍ່ບັນລຸເປົ້າໝາຍດຶງດູດທຶນ FDI 11 ຕື້ໂດລາສະຫະລັດ ໃນປີ 2026

ຕາມ​ພະ​ແນກ​ການ​ເງິນ ນະ​ຄອນ ໂຮ່​ຈີ​ມິນ ແລ້ວ​, ໃນ 8 ເດືອນຕົ້ນ​ປີ 2026, ນະ​ຄອນ ໂຮ່​ຈີ​ມິນ ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ກວ່າ 10 ຕື້​ໂດລາ​ສະ​ຫະ​ລັດ, ທຽບເທົ່າ​ກັບ 91,5% ແຜນ​ການ​ຂອງ​ທັງ​ປີ​.

Top