• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ: ສ້າງສະພາບແວດລ້ອມ, ເງື່ອນໄຂເພື່ອເສີມຂະຫຍາຍບົດບາດຂອງນັກປັນຍາຊົນຍິງ

ເພື່ອເສີມຂະຫຍາຍຄວາມສາມາດ, ພູມປັນຍາ, ນ້ຳໃຈເມດຕາ ແລະ ມູນເຊື້ອອັນດີງາມຂອງແມ່ຍິງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຕ້ອງປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ໄລຍະ 2021 – 2030 ໃຫ້ມີປະສິດທິຜົນ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາຜູ້ແທນເຂົ້າຮ່ວມການພົບປະ  

ຕອນບ່າຍວັນທີ 7 ມີນາ, ທີ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການພົບປະກັບຜູ້ຕາງໜ້າການນຳ, ນັກຄຸ້ມຄອງເພດຍິງຂອງບັນດາອົງການສູນກາງ ແລະ ມອບລາງວັນ Kovalevskaia ເນື່ອງໃນໂອກາດວັນແມ່ຍິງສາກົນ (ວັນທີ 8 ມີນາ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ພັກ ແລະ ລັດຍາມໃດກໍ່ເອົາໃຈໃສ່ຢ່າງເລິກເຊິ່ງ ເຖິງວຽກງານພະນັກງານຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ - ຊາຍ. ເພື່ອເສີມຂະຫຍາຍຄວາມສາມາດ, ພູມປັນຍາ, ນ້ຳໃຈເມດຕາ ແລະ ມູນເຊື້ອອັນດີງາມຂອງແມ່ຍິງ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຕ້ອງປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ໄລຍະ 2021 – 2030 ໃຫ້ມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກສ້າງສະພາບແວດລ້ອມ, ເງື່ອນໄຂເພື່ອເສີມຂະຫຍາຍບົດບາດຂອງຖັນແຖວນັກປັນຍາຊົນຍິງ, ຊຸກຍູ້ການເລີ່ມຕົ້ນທຸລະກິດ, ປ່ຽນແປງໃໝ່ ປະດິດຄິດສ້າງ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຊີ… ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະພາມອບລາງວັນ Kovalevskaia ສືບຕໍ່ເລືອກເຟັ້ນ ແລະ ເຊີດຊູບັນດາໝູ່ຄະນະ, ສ່ວນບຸນຄົນເພດຍິງທີ່ດີເດັ່ນ ມີຜົນງານໃນການຄົ້ນຄ້ວາວິທະຍາສາດທີ່ດີເດັ່ນ, ມີຄຸນຄ່າແທດຈິງ, ສ້າງກຳລັງໜູນ, ສ້າງແຫຼ່ງບັນດານໃຈ, ມີລັກສະນະແຜ່ກະຈາຍສູງໃນຊີວິດສັງຄົມ:

“ຂ້າພະເຈົ້າເຊື່ອໝັ້ນວ່າມູນເຊື້ອ, ເມດຕາປານີ, ເກັ່ງກ້າດ້ານວຽກບ້ານການເຮືອນ, ພູມປັນຍາ ແລະ ອຸທິດສ່ວນຈະໄດ້ຮັບການສືບທອດ, ຝຶກຝົນຫຼໍ່ຫຼອມ ແລະ ພັດທະນາໃນແມ່ຍິງ ຫວຽດນາມ ແຕ່ລະຄົນ. ຄຸນນະທາດອັນດີງາມນັ້ນແມ່ນການເຕົ້າໂຮມພູມປັນຍາ, ຄຸນນະທາດ, ການເສຍສະຫຼະເພື່ອຫຼໍ່ລ້ຽງຄວາມຮັກແພງ, ຄວາມຜາສຸກໃຫ້ແກ່ສະມາຊິກແຕ່ລະຄົນໃນຄອບຄົວ ແລະ ປະກອບສ່ວນໃຫ້ແກ່ສັງຄົມ, ວົງຄະນະຍາດ.”

 

(ແຫຼ່ງຄັດຈາກ VOV)

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ວັນ​ທີ 29 ມີນາ 2023, ຄະນະຊີ້ນຳວຽກງານຂ່າວສານ ການພົວພັນຕ່າງປະເທດ, ຄະນະໂຄສະນາອົບຮົມ​ສູນ​ກາງ, ສຳນັກ​ຂ່າວສານ ​ຫວຽດນາມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໄດ້​ຈັດ​ງານ​ຖະແຫຼງຂ່າວ​ ​ປຸກ​ລະ​ດົມ​ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX.

Top