• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມໂຮງຮຽນປະຖົມເທດສະບານ ອຽນເລິບ, ແຂວງ ຝູເທາະ

ເຖິງຢ່າງໃດກໍ່ຕາມ, ເພື່ອຍົກສູງຄຸນນະພາບການສຶກສາຂອງແຂວງ ເວົ້າລວມ ແລະ ຂອງ ໂຮງຮຽນປະຖົມ ອຽນເລິບ ເວົ້າສະເພາະ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ຝູເທາະ ຜັນຂະຫຍາຍການເພີ່ມທະວີ ສ້າງເງື່ອນໄຂຢ່າງເຂັ້ມງວດ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມໂຮງຮຽນປະຖົມ ອຽນເລິບ  

ວັນທີ 3 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມໂຮງຮຽນປະຖົມ ອຽນເລິບ, ເມືອງ ອຽນເລິບ, ແຂວງ ຝູເທາະ. ທ່ານນາຍົກລັດຖະມົນຕີ ຮັບຮູ້ ແລະ ຍ້ອງຍໍຊົມເຊີຍ ແຂວງ ຝູເທາະ ທີ່ໄດ້ເອົາໃຈໃສ່ລົງທຶນ, ມີນະໂຍບາຍພັດທະນາການສຶກສາ, ບຳລຸງສ້າງ ແລະ ບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ. ອັດຕາສ່ວນໂຮງຮຽນບັນລຸມາດຕະຖານແຫ່ງຊາດ ຢູ່ໃນທອັບແຖວໜ້າທົ່ວປະເທດ. ຄຸນນະພາບການສຶກສາຂອງແຂວງຢູ່ແຖວໜ້າໃນຈຳນວນບັນດາແຂວງເຂດພູພຽງ ແລະ ເຂດພູດອຍທາງພາກເໜືອ ຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ເພື່ອຍົກສູງຄຸນນະພາບການສຶກສາຂອງແຂວງ ເວົ້າລວມ ແລະ ຂອງ ໂຮງຮຽນປະຖົມ ອຽນເລິບ ເວົ້າສະເພາະ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ແຂວງ ຝູເທາະ ຜັນຂະຫຍາຍການເພີ່ມທະວີ ສ້າງເງື່ອນໄຂຢ່າງເຂັ້ມງວດ, ຮັບປະກັນການປະຕິບັດຄຸນນະພາບການສຶກສາຊັ້ນອະນຸບານ ແລະ ສາມັນສຶກສາຢ່າງມີປະສິດທິຜົນ; ຄັດເລືອກ, ນຳໃຊ້ປື້ມຕຳລາຮຽນ, ເອກະສານຄົ້ນຄ້ວາຖືກຕາມຂໍ້ກຳນົດ; ມີວິທີການໜູນຊ່ວຍປື້ມຕຳລາຮຽນໃຫ້ນັກຮຽນທຸກຍາກ, ຄອບຄົວນັກຮຽນທຸກຍາກ, ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ.

ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ຂະແໜງສຶກສາຂອງແຂວງເອົາໃຈໃສ່ເປັນພິເສດຕໍ່ໜ້າທີ່ສັກວັກຊິນ ປ້ອງກັນໂຄວິດ - 19 ເພື່ອຮັບປະກັນຄວາມປອດໄພ, ວິທະຍາສາດ, ປະສິດທິຜົນ ເພື່ອໃຫ້ພວກນ້ອງນັກຮຽນໄປໂຮງຮຽນຢ່າງມີຄວາມປອດໄພ, ພໍ່ແມ່ນັກຮຽນມີຄວາມອຸ່ນອ່ຽນໃຈ, ເອື້ອຍຄູອ້າຍຄູບໍ່ມີຄວາມເປັນຫ່ວງ. ທ່ານນາຍົກລັດຖະມົນຕີ ອວຍພອນໃຫ້ ເອື້ອຍຄູອ້າຍຄູ, ພວກນ້ອງນັກຮຽນ ໂຮງຮຽນປະຖົມ ອຽນເລິບ ສົກຮຽນໃໝ່ 2022 – 2023 ເຕັມໄປດ້ວຍບັນຍາກາດໃໝ່, ຍາມໃດກໍ່ມີສຸຂະພາບແຂງແຮງ ແລະ ບັນລຸຜົນງານໃໝ່ຫຼາຍຢ່າງ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top