• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບ ກຳມະການໃຫຍ່ຄະ​ນະ​ປະ​ຈຳ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຢາວລີຈີ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສະພາແຫ່ງຊາດສອງປະເທດ ສືບຕໍ່ພົບປະແລກປ່ຽນ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງສອງກຸ່ມ ສສຊ ມິດຕະພາບ ຫວຽດນາມ - ຈີນ.
ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບ ກຳມະການໃຫຍ່ຄະ​ນະ​ປະ​ຈຳ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ ຢາວລີຈີ

ວັນທີ 27 ມິຖຸນາ, ທີ່ຫໍປະຊຸມໃຫຍ່ທີ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບ ທ່ານ ຢາວລີຈີ, ກຳມະການໃຫຍ່ຄະນະປະຈຳ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ. ທີ່ການພົບປະ, ສອງຝ່າຍໄດ້ສະແດງຄວາມພາກພູມໃຈຕໍ່ໜ້າບັນດາຄວາມຄືບໜ້າອັນດີງາມໃນການພົວພັນລະຫວ່າງສອງພັກ, ສອງລັດ ໃນໄລຍະທີ່ຜ່ານມາ. ໃນນັ້ນ ມີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນແຫ່ງຊາດຈີນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສະພາແຫ່ງຊາດສອງປະເທດ ສືບຕໍ່ພົບປະແລກປ່ຽນ, ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງສອງກຸ່ມ ສສຊ ມິດຕະພາບ ຫວຽດນາມ - ຈີນ, ເພີ່ມທະວີການແລກປ່ຽນບົດຮຽນ, ປະສົບການກ່ຽວກັບການຍົກສູງປະສິດທິຜົນການເຄື່ອນໄຫວຂອງອົງການນິຕິບັນຍັດ, ກໍ່ສ້າງລັດແຫ່ງກົດໝາຍສັງຄົມນິຍົມ.

ສ່ວນທ່ານ ຢາວລີຈີ ຖືວ່າ ການເພີ່ມທະວີການແບ່ງປັນບົດຮຽນ, ປະສົບການກ່ຽວກັບການກໍ່ສ້າງພັກ ແລະ ຄຸ້ມຄອງປະເທດຊາດເຮັດໃຫ້ການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຈີນ - ຫວຽດນາມ ໃຫ້ເລິກເຊິ່ງ ຍິ່ງຂຶ້ນ ແມ່ນແທດເໝາະກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ. ຈີນຖືເປັນສຳຄັນການພັດທະນາການພົວພັນຮ່ວມມືມິດຕະພາບກັບ ຫວຽດນາມ, ພ້ອມແລ້ວທີ່ຈະຮ່ວມກັບ ຫວຽດນາມ ຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງ ແລະ ຄວາມຮັບຮູ້ລວມຂັ້ນສູງທີ່ບັນລຸໄດ້ເປັນຢ່າງດີ ພ້ອມທັງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ - ຫວຽດນາມ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ຊຸກ​ຍູ້​ຫູ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ ລາວ

ທີ່​ການ​ເຈ​ລະ​ຈາ​ຢູ່​ນະ​ຄອນຫຼວງ ວຽງ​ຈັນ​ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ດຽວ​ກັນ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເນື້ອ​ໃນ ຫຸ​້ນ​ສ່ວນ​ຍຸດ​ທະ​ສາດ​ເລິກ​ເຊິ່ງກວ່າ​ອີກ, ສຸມ​ໃສ່​ຫັນ​ເປັນ​ລະ​ອຽດ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ​ມີ​ປ​ະ​ສິດ​ທິ​ຜົນ​ກວ່າ

Top