ໂດຍສືບຕໍ່ໂຄງການເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 16 ຂອງເວທີປາໄສເສດຖະກິດໂລກ ແລະ ເຮັດວຽກຢູ່ ຈີນ, ຕອນເຊົ້າວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມພະແນກຕິດຕໍຄ້າຂາຍ Shanghai (Shanghai Stock Exchange - SSE)ເພື່ອຊອກຮູ້ການເຄື່ອນໄຫວຂອງຕະຫຼາດຫຼັກຊັບ, ສູນການເງິນສາກົນຢູ່ (Shanghai Stock Exchange - SSE). ຕີລາຄາສູງເລື່ອງ SSE ເຖິງວ່າຫາກໍ່ໄດ້ຮັບການສ້າງຕັ້ງພັດທະນາບໍ່ດົນ, ແຕ່ໄດ້ກາຍເປັນສູນຕິດຕໍຄ້າຂາຍ ຫຼັກຊັບໃຫຍ່ອັນດັບທີ 3 ໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ SSE ແລະ ສູນການເງິນສາກົນ ໜູນຊ່ວຍ, ແບ່ງປັນກັບບັນດາກະຊວງ, ຂະແໜງການ, ອົງການຂອງ ຫວຽດນາມ ໃນການສ້າງສູນການເງິນສາກົນຢູ່ ຫວຽດນາມ, ພັດທະນາຕະຫຼາດຫຼັກຊັບ, ບົດຮຽນປະສົບການໃນການຄຸ້ມຄອງ, ເຄື່ອນໄຫວບັນດາຕະຫຼາດຕິດຕໍຄ້າຂາຍຫຼັກຊັບ, ບົດຮຽນປະສົບການໃນການພັດທະນາພື້ນຖານໂຄງລ່າງຕະຫຼາດຫຼັກຊັບ…
ພາຍຫລັງສິ້ນສຸດການເຂົ້າຮ່ວມ WEF ຢູ່ ທຽນຊີນ, ຈີນ, ວັນທີ 26 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກຢູ່ ນະຄອນ ຊຽງໄຮ້, ພົບປະສົນທະນາກັບ ທ່ານ ເຈີນຈິຫນິງ, ເລຂາຄະນະພັກ ນະຄອນ ຊຽງໄຮ້.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເຫນີ ນະຄອນ ຊຽງໄຮ້ເພີ່ມທະວີການຮ່ວມມືໃນບັນດາຂົງເຂດເສດຖະກິດ -ການຄ້າ, ການລົງທຶນ ແລະເຊື່ອມຕໍ່ຍຸດທະສາດພັດທະນາ. ທ່ານນາຍົກລັດຖະມົນຕີ ຢືນຢັນ: ຫວຽດນາມ ຊົມເຊີຍ ແລະພ້ອມແລ້ວທີ່ຈະສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ຊຽງໄຮ້ ເປີດກວ້າງຂອບຂະຫນາດການລົງທຶນເຂົ້າຫວຽດນາມ.
ສ່ວນທ່ານ ເລຂາຄະນະພັກ ຊຽງໄຮ້ ຢືນຢັນ: ຊຽງໄຮ້ ພ້ອມແລ້ວຈະພ້ອມກັບບັນດາກະຊວງ, ທ້ອງຖິ່ນຂອງ ຫວຽດນາມ ເຮັດໃຫ້ການຮ່ວມມືເສດຖະກິດ ການຄ້າເລິກເຊິ່ງຂຶ້ນຕື່ມ, ການຮ່ວມມືຢ່າງແຫນ້ນແຟ້ນໃນຂົງເຂດເຊິ່ງສອງຝ່າຍມີທ່າແຮງ. ຄຽງຄູ່ກັນນັ້ນ ຊຽງໄຮ້ ພ້ອມແລ້ວຈະແບ່ງປັນບົດຮຽນປະສົບການ,ການຮ່ວມມື ແລະຫນູນຊ່ວຍ ຫວຽດນາມໃນການຄຸ້ມຄອງຕົວເມືອງທັນສະໄຫມ,ແກ້ໄຂບັນຫາສິ່ງແວດລ້ອມ ແລະກໍ່ສ້າງສູນກາງການເງິນສາກົນ, ເຂດການຄ້າເສລີ.