• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງ: ຂະແໜງທະນາຄານຕ້ອງປະຕິບັດບົດບາດເປັນຂະແໜງສຳຄັນຂອງພື້ນຖານເສດຖະກິດ

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ທະນາຄານແມ່ນຂົງເຂດສຳຄັນຂອງພື້ນຖານເສດຖະກິດ. ເມື່ອໄຈ້ແຍກສະພາບການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ປີ 2024 ມີຄວາມໝາຍສຳຄັນພິເສດໃນການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ທະນາຄານປີ 2024

ຕອນເຊົ້າວັນທີ 8 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ທະນາຄານປີ 2024. ກອງປະຊຸມໂດຍທະນາຄານແຫ່ງລັດ ຫວຽດນາມ ຈັດຂຶ້ນຕາມຮູບແບບເຊິ່ງໜ້າທີ່ສຳນັກງານທະນາຄານແຫ່ງລັດ ຫວຽດນາມ ຢູ່ຮ່າໂນ້ຍ, ແບບທາງໄກກັບ 63 ສາຂາທະນາຄານແຫ່ງລັດ ບັນດາແຂວງ, ນະຄອນໃນທົ່ວປະເທດ.    

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ທະນາຄານແມ່ນຂົງເຂດສຳຄັນຂອງພື້ນຖານເສດຖະກິດ. ເມື່ອໄຈ້ແຍກສະພາບການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ປີ 2024 ມີຄວາມໝາຍສຳຄັນພິເສດໃນການປະຕິບັດແຜນພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2021 – 2025. ເພື່ອປະຕິບັດບັນດາເປົ້າໝາຍ, ໜ້າທີ່ໄດ້ຮັບມອບໝາຍໃນປີ 2024 ແລະ ໄລຍະ 2021 - 2025 ຢ່າງມີໄຊ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:

“ສະເໜີໃຫ້ລະບົບຂະແໜງທະນາຄານເຮັດແນວໃດໃຫ້ທັນການ, ມີປະສິດທິຜົນ, ບໍ່ເຮັດໃຫ້ໃຫ້ລັດຖະບານຢູ່ໃນທ່າຮັບ, ຕົກສະເງີ້ກ່ຽວກັບນະໂຍບາຍເງິນຕາ ແລະ ບໍ່ໃຫ້ວຽກງານສັນຈອນຂອງເງິນຕາຖືກຕິດຂັດ ເພື່ອໃຫ້ພື້ນຖານເສດຖະກິດພັດທະນາໄວ ແຕ່ຍືນຍົງ, ບໍປະໃຫ້ປະຊາຊົນ , ວິສາຫະກິດຂາດທຶນ ເມື່ອຕ້ອງການການໜູນຊ່ວຍຂອງລະບົບທະນາຄານ, ລະບົບບັນດາອົງການສິນເຊື່ອ ແລະ ບໍ່ປະໃຫ້ເກີດສະພາບການຫຍໍ້ທໍ້, ການສໍ້ລາດບັງຫຼວງ ແລະ ຊ່ອງຫວ່າງໃນການຄຸ້ມຄອງຂອງລະບົບທະນາຄານ. ຕ້ອງເຮັດແນວໃດໃຫ້ລະບົບທະນາຄານພັດທະນາໄວ, ຮອບດ້ານ, ກວມລວມ ແລະ ຍືນຍົງ”.

(ແຫຼ່ງຄັດຈາກ VOV)

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ສ້າງເຫຼົ່າ​ທັບ ທະຫານ​ເຮືອ​ປະ​ຕິ​ວັດ, ກອງ​ທັບຫຼວງ, ຍອດ​ຢ້ຽມ, ທັນ​ສະ​ໄໝ​ເພື່ອ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຢ່າງ​ໝັ້ນ​ແກ່ນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເໜີ​ເຊື່ອມ​ຊືມ​ຢ່າງ​ເລິກ​ເຊິ່ງ, ກຳ​ແໜ້ນ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ລັດ​ກ່ຽວ​ກັບ​ກອງ​ທັບ, ການ​ປ້ອງ​ກັນ​ຊາດ.

Top