• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟ້າມມິງຈິງຢ້ຽມຢາມ ແລະ ເຮັດວຽກຢູ່ຫາຍຟ່ອງ

      ວັນທີ 19 ທັນວານີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ແລະຄະນະປະຕິບັດງານລັດຖະບານໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ຫາຍຟ່ອງ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ
      ທ່ານນາຍົກລັດຖະມົນຕີໄດ້ມີການພົບປະເຮັດວຽກກັບການນຳຫຼັກແຫຼ່ງ ຂອງນະຄອນ. ທ່ານນາຍົກລັດຖະມົນຕີ ຕີລາຄາວ່າ, ໃນ 1 ປີຜ່ານມາ, ນະຄອນບັນລຸໄດ້ບັນດາໝາກຜົນພື້ນຖານໃນທຸກດ້ານຄື: ວຽກງານກໍ່ສ້າງພັກ ແລະ ກໍ່ສ້າງລະບົບການເມືອງໄດ້ຮັບຄວາມເອົາໃຈໃສ່; ເສດຖະກິດ-ສັງຄົມສາມາດບັນລຸ ແລະ ລື່ນກາຍຄາດໝາຍ; ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນ; ໂດຍສະເພາະແມ່ນການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ. ໃນຕໍ່ໜ້າ, ນະຄອນຕ້ອງສືບຕໍ່ປັບຕົວຢ່າງປອດໄພ, ຄ່ອງຕົວ,  ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງມີປະສິດທິຜົນ ພ້ອມທັງຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ.
       ກ່ຽວກັບທິດພັດທະນານະຕອນ ຫາຍຟ່ອງ ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ຫາຍຟ່ອງ ຍູ້ແຮງການເພີ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອ ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ອີງໃສ່ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ; ການຫັນເປັນດິຈິຕອນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ມອບຂອງຂວັນໃຫ້ ທ່າກ່ຳປັ່ນ ສາກົນ ແລກຮວ້ຽນ
      ຕອນເຊົ້າວັນດຽວກັນ, ໃນຂອບເຂດການປະຕິບັດງານ ຢູ່ນະຄອນ ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຮັດວຽກ ກັບທ່າກ່ຳປັ່ນສາກົນ ແລກຮວ້ຽນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຢັ້ງຢືນ 5 ທ່າອ່ຽງໃນປັດຈຸບັນ: ກ່ອນອື່ນໝົດແມ່ນການຂົນສົ່ງທາງທະເລ ແມ່ນຄ່າໃຊ້ຈາຍຕ່ຳທີ່ສຸດ ແລະ ປະລີມານສິນຄ້າຫຼາຍທີ່ສຸດໃນປັດຈຸບັນ. ທີສອງແມ່ນ ການນຳໃຊ້ກ່ຳປັ່ນຂະໜາດໃຫຍ່ ພວກແມ່ນທ່າອ່ຽງໃໝ່, ດັ່ງນັ້ນຕ້ອງອອກແບບທ່າກ່ຳປັ່ນໃຫ້ຖືກຕາມທ່າອ່ຽງພັດທະນານີ້. ທີສາມແມ່ນການຄຸ້ມຄອງດ້ວຍເຕັກໂນໂລຢີດີຈີຕອນແມ່ນທ່າອ່ຽງໃນປະຈຸບັນ. ທີສີ່ ແມ່ນຕ້ອງສ້າງທ່າກ່ຳປັ່ນຂຽວ, ສະອາດ, ບໍ່ກໍ່ມົນລະພິດຕໍ່ສິ່ງແວດລ້ອມ. ທີຫ້າແມ່ນການຄຸ້ມຄອງ, ບໍລິຫານຕ້ອງທັນສະໄໝ ແລະ ຕ້ອງການມີແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.
(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top