• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຟານວັນຂາຍ - ຜູ້ນຳທີ່ດີເດັ່ນຂອງພັກ ແລະ ລັດ

ມີບົດລາຍງານ, ບົດປະກອບຄວາມເຫັນທີ່ກອງປະຊຸມເກືອບ 40 ບົດໄດ້ເຮັດແຈ້ງບາງເນື້ອໃນກ່ຽວກັບທ່ານ ແລະ ພາລະກິດປະຕິວັດຂອງທ່ານ ຟານວັນຂາຍ.
ກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບທ່ານ ຟານວັນຂາຍ

ຕອນບ່າຍວັນທີ 24 ທັນວາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ຄະນະພັກນະຄອນ ໂຮ່ຈີມິນ ໄດ້ສົມທົບກັນຈັດກອງປະຊຸມສຳມະນາວິທະຍາສາດ ດ້ວຍຫົວຂໍ້ “ທ່ານ ຟານວັນຂາຍ - ຜູ້ນຳທີ່ດີເດັ່ນຂອງພັກ ແລະ ລັດ, ລູກສິດດີເດັ່ນຂອງນະຄອນ ໂຮ່ຈີມິນ”. ກອງປະຊຸມສຳມະນາແມ່ນການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານ ຟານວັນຂາຍ ຄົບຮອບ 90 ປີ (25/12/1933 – 25/12/2023). ທ່ານ ຟານວັນຂາຍ ແມ່ນນາຍົກລັດຖະມົນຕີ ຫວຽດນາມ ແຕ່ເດືອນ ກັນຍາ 1997 ຮອດເດືອນ ກໍລະກົດ 2006.   

ມີບົດລາຍງານ, ບົດປະກອບຄວາມເຫັນທີ່ກອງປະຊຸມເກືອບ 40 ບົດໄດ້ເຮັດແຈ້ງບາງເນື້ອໃນກ່ຽວກັບທ່ານ ແລະ ພາລະກິດປະຕິວັດຂອງທ່ານ ຟານວັນຂາຍ. ທ່ານຮອງສາດສະດາຈານ, ປອ ຫງວຽນແຢງຕຽນ, ຫົວໜ້າສູນປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ຢັ້ງຢືນວ່າ:    

“ທ່ານ ຟານວັນຂາຍ ມີ 3 ການປະກອບສ່ວນທີ່ພົ້ນເດັ່ນ. ທີໜຶ່ງແມ່ນຊີ້ນຳຍູ້ແຮງການປ່ຽນແປງໃໝ່ຮອບດ້ານກ່ຽວກັບເສດຖະກິດ - ສັງຄົມ. ພວກເຮົາເຫັນໄດ້ເຖິງການສະແດງອອກຢ່າງຈະແຈ້ງເມື່ອທ່ານໄດ້ຮັບການເລືອກຕັ້ງເປັນນາຍົກລັດຖະມົນຕີ ໃນກອງປະຊຸມສະພາແຫ່ງຊາດຊຸດທີ 10, ໃນບົດຄຳເຫັນຂອງຕົນ, ທ່ານໄດ້ຊີ້ແຈ້ງໂຄງການ, ໜ້າທີ່ພື້ນຖານຂອງລັດຖະບານໃນອາຍຸການ 1997  2002. ທີສອງແມ່ນກ່ຽວກັບການປ່ຽນແປງໃໝ່ກ່ຽວກັບການປະຕິຮູບການບໍລິຫານ. ທີສາມ, ຊີ້ນຳການປ່ຽນແປງໃໝ່ກ່ຽວກັບນະໂຍບາຍພົວພັນຕ່າງປະເທດ, ເພື່ອຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ”.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.

Top