• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຕ້ອນຮັບຮອງປະທານ WB ພາກພື້ນ ອາຊີ - ປາຊີຟິກ ແລະ ຜູ້ອຳນວຍການບໍລິຫານ WEF

      ທີ່ການຕ້ອນຮັບທ່ານນາງ Kwakwa, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ການຮ່ວມມືກັບທະນາຄານໂລກ ໃນການສ້າງລະບອບນະໂຍບາຍເພື່ອຍົກສູງປະສິດທິຜົນດຶງດູດການລົງທຶນພາກເອກະຊົນ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃນການຕ້ອນຮັບທ່ານຮອງປະທານທະນາຄານໂລກ
      ຕອນເຊົ້າວັນທີ 7 ພະຈິກ, ຢູ່ດ່ານັ້ງ, ຢູ່ນອກກອງປະຊຸມສຸດຍອດກ່ຽວກັບການທຸລະກິດ ຫວຽດນາມ ໃນຂອບເຂດສັບປະດາຂັ້ນສູງ APEC, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງ Victoria Kwakwa, ຮອງປະທານທະນາຄານໂລກ (WB) ເຂດອາຊີຕາເວັນອອກ ແລະ ປາຊີຟິກ; ທ່ານ Philipp Rosler, ຜູ້ອຳນວນການບໍລິຫານ, ເວທີປາໄສເສດຖະກິດໂລກ (WEF).
        ທີ່ການຕ້ອນຮັບທ່ານນາງ Kwakwa, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ ການຮ່ວມມືກັບທະນາຄານໂລກ ໃນການສ້າງລະບອບນະໂຍບາຍເພື່ອຍົກສູງປະສິດທິຜົນດຶງດູດການລົງທຶນພາກເອກະຊົນ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງ WB ໃນການສ້າງຂອບຄູ່ຮ່ວມມືແຫ່ງຊາດ ຫວຽດນາມ 2017 – 2020. ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຫວຽດນາມ ເອົາໃຈໃສ່ເຖິງບັນຫາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນເຂດທົ່ງພຽງແມ່ນ້ຳຂອງ ແລະ ຫວັງວ່າ WB ໜູນຊ່ວຍ ຫວຽດນາມ ກ່ຽວກັບການເງິນ, ໃຫ້ຄຳປຶກສາບັນດານະໂຍບາຍຍຸດທະສາດເພື່ອແກ້ໄຂສະພາບການນີ້.
        ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານ Philipp Rosler, ຜູ້ອຳນວນການບໍລິຫານ,ເວທີປາໄສເສດຖະກິດໂລກ (WEF), ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ລັດຖະບານ ຫວຽດນາມ ໄດ້ອະນຸມັດຜ່ານແຜນການຮ່ວມມືລະຫວ່າງ ຫວຽດນາມ ແລະ WEF ກ່ຽວກັບ “ການພັດທະນາພື້ນຖານເສດຖະກິດ ຫວຽດນາມ ສ້າງຄວາມເຂັມແຂງດ້ວຍຕົນເອງຕໍ່ອະນາຄົດ”. ກ່ຽວກັບກອງປະຊຸມ WEF – ASEAN 2018 ຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ສະເໜີວ່າ WEF ສົມທົບກັບ ຫວຽດນາມ ເລືອກເຟັ້ນຫົວຂໍ້, ເນື້ອໃນເໝາະສົມ, ຕອບສະໜອງຄວາມເອົາໃຈໃສ່ ແລະ ຜົນປະໂຫຍດລວມຂອງປະຊາຄົມວິສາຫະກິດ ບັນດາປະເທດ ອາຊຽນ, ສະແດງບົດບາດຂອງ ຫວຽດນາມ ໃນ ອາຊຽນ ຢ່າງຈະແຈ້ງ.       
 (ແຫຼ່ງຄັດຈາກ VOV)
 

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ.

Top