• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ຈີນ ຢ້ຽມຢາມ ເຢຍລະມັນ ແລະ ຝລັ່ງ

ຕາມແຈ້ງການກ່ອນນັ້ນຂອງກະຊວງການຕ່າງປະເທດ ຈີນ, ແຕ່ວັນທີ 18 – 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ໄດ້ໄປຍັງເຢຍລະມັນ ເພື່ອເຂົ້າຮ່ວມການປຶກສາຫາລືລະຫວ່າງລັດຖະບານ ຈີນ - ເຢຍລະມັນ ຄັ້ງທີ 7
ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ໄປຮອດນະຄອນຫຼວງ Berlin (ພາບ: ສຳນັກຂ່າວສານຊິນຮວາ)

ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ມີການປະຕິບັດງານເປັນເວລາ 6 ວັນຢູ່ ເຢຍລະມັນ ແລະ ຝລັ່ງ. ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ໄປຮອດນະຄອນຫຼວງ Berlin, ປະເທດ ເຢຍລະມັນ ໃນຕອນຄ່ຳວັນທີ 18 ມິຖຸນາ, ເລີ່ມຕົ້ນການຢ້ຽມຢາມຕ່າງປະເທດ ຄັ້ງທຳອິດ ພາຍຫຼັງໄດ້ຮັບດຳລົງຕຳແໜ່ງໃນເດືອນ ມີນາ ປີ 2023 ນີ້.

ກ່າວຄຳເຫັນເມື່ອໄປຮອດນະຄອນຫຼວງ Berlin, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ເນັ້ນໜັກວ່າ: ເຢຍລະມັນ ເປັນປະເທດທຳອິດໃນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງ ຂອງທ່ານ ພາຍຫຼັງໄດ້ຮັບດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ຈີນ. ນີ້ຈະແມ່ນ “ວິວັດການສືບທອດນ້ຳໃຈມິດຕະພາບ ແລະ ເຮັດໃຫ້ການຮ່ວມມືລະຫວ່າງສອງຝ່າຍເລິກເຊິ່ງກ່ວາອີກ”.

 ຕາມແຈ້ງການກ່ອນນັ້ນຂອງກະຊວງການຕ່າງປະເທດ ຈີນ, ແຕ່ວັນທີ 18 – 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ໄດ້ໄປຍັງເຢຍລະມັນ ເພື່ອເຂົ້າຮ່ວມການປຶກສາຫາລືລະຫວ່າງລັດຖະບານ ຈີນ - ເຢຍລະມັນ ຄັ້ງທີ 7 ແລະ ຢ້ຽມຢາມປະເທດນີ້ຢ່າງເປັນທາງການ. ໃນໄລຍະຢູ່ ເຢຍລະມັນ, ທ່ານນາຍົກລັດຖະມົນຕີ ຫຼີຊຽນ ຈະເຈລະຈາກັບທ່ານປະທານາທິບໍດີ ເຢຍລະມັນ Steinmeier, ຫຼັງຈາກນັ້ນຈະເປັນປະທານກອງປະຊຸມປຶກສາຫາລືລະຫວ່າງລັດຖະບານ ຈີນ - ເຢຍລະມັນຄັ້ງທີ 7 ພ້ອມກັບຄູ່ຕຳແໜ່ງ ເຢຍລະມັນ ທ່ານ Olaf Scholz. ທ່ານ ຫຼີຊຽນ ກໍ່ຈະເຂົ້າຮ່ວມເວທີປາໄສການຮ່ວມມືເສດຖຖະກິດ ແລະ ເຕັກນິກ ຈີນ - ເຢຍລະມັນ, ພ້ອມທັງເຂົ້າຮ່ວມກອງປະຊຸມໂຕະມົນສຳລັບບັນດານັກທຸລະກິດສອງປະເທດ.

(ແຫຼ່ງຄັດຈາກ VOV)

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ IPU

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ IPU

ໂດຍ​ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂ​ດກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ​ລັດ​ຖະ​ສະ​ພາ​ສາ​ກົນ ຄັ້ງ​ທີ 152 (IPU – 152) ຢູ່ Istanbul, ຕວັກ​ກີ, ຕອນ​ເຊົ້າ​ວັນ​ທີ 17 ເມ​ສາ, ທ່ານ ເຈິ່ນ​ແທັງ​ເໝິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​ທ່ານ Martin Chungong ເລ​ຂາ​ທິ​ການ​ໃຫຍ່ລັດ​ຖະ​ສະ​ພາ​ສາ​ກົນ (IPU).

Top