• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີ ກຳປູເຈຍ ສະໜັບສະໜູນການເພີ່ມທະວີການຮ່ວມມືກັບ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳ

ທ່ານນາຍົກລັດຖະມົນຕີ Hun Manet ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ.
ທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ກຳປູເຈຍ, ວັນທີ 24 ມັງກອນ, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet.    

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ Hun Manet ໄດ້ຕີລາຄາສູງໝາກຜົນການພົບປະເຈລະຈາລະຫວ່າງກະຊວງພາຍໃນ ກຳປູເຈຍ ແລະ ກະຊວງຕຳຫຼວດ ຫວຽດນາມ; ປາດຖະໜາວ່າ 2 ຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມືໃນຂົງເຂດປ້ອງກັນ, ຕ້ານອາດຊະຍາກຳ, ໂດຍສະເພາະແມ່ນອາດຊະຍາກຳຢາເສບຕິດ, ອາດຊະຍາກຳເຕັກໂນໂລຊີສູງ, ຮ່ວມມືໃນຂົງເຂດຫັນເປັນດີຈີຕອນ, ສົມທົບກັນແກ້ໄຂເອກະສານນິຕິກຳໃຫ້ຊາວເຊື້ອຊາດ ຫວຽດນາມ ທີ່ພວມດຳລົງຊີວິດຢູ່ ກຳປູເຈຍ; ເດັດດ່ຽວບໍ່ປະໃຫ້ບັນດາເປົ້າໝາຍເປັນປໍລະປັກ, ປະຕິການສວຍໃຊ້ຜືນແຜ່ນດິນຂອງປະເທດນີ້ຕ້ານຄືນປະເທດອື່ນ.

ສ່ວນທ່ານລັດຖະມົນຕີ ໂຕເລິມ ສະແດງຄວາມເຊື່ອໝັ້ນວ່າ, ທ່ານນາຍົກລັດຖະມົນຕີ Hun Manet ຈະສືບຕໍ່ສືບທອດ ແລະ ເສີມຂະຫຍາຍບັນດາຜົນງານຂອງລຸ້ນກ່ອນ, ນຳພາຖັນແຖວການນຳລຸ້ນໜຸ່ມ, ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມລະຫວ່າງ 2 ປະເທດ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.

Top