• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງລ້າງເຊີນ

      ກອງປະຊຸມສົ່ງເສີມການລົງທຶນຢູ່ແຂວງລ້າງເຊີນ ດ້ວຍຫົວຂໍ້ ລ້າງເຊີນ: ສະຖານທີ່ທີ່ດີຂອງບັນດານັກລົງທຶນຖືກດໍາເນີນໃນຕອນເຊົ້າວັນທີ 30 ກັນຍາ ດ້ວຍການເຂົ້າຮ່ວມຂອງຜູ້ແທນ 500 ທ່ານ ເຊິ່ງເປັນຜູ້ຕາງໜ້າໃຫ້ແກ່ບັນດານັກລົງທຶນ, ວິສາຫະກິດພາຍໃນ ແລະ ຕ່າງປະເທດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ທີ່ກອງປະຊຸມ (ພາບ: chinhphu.vn)
      ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຍົກອອກບັນດາທ່າໄດ້ປຽບຂອງລ້າງເຊີນ, ນັ້ນແມ່ນເສັ້ນທາງດ່ວນບັກຢາງ - ລ້າງເຊີນ ຫາກໍສໍາເລັດການກໍ່ສ້າງ, ຫຼຸດຜ່່ອນເວລາໄປ-ມາລະຫວ່າງ ລ້າງເຊີນ - ຮ່າໂນ້ຍ ລົງ ເຫຼືອພຽງ 2 ຊົ່ວໂມງເທົ່ານັ້ນ. ແຂວງລ້າງເຊີນ ກໍແມ່ນຂົວຕໍ່ທີ່ສໍາຄັນສໍາລັບກະແສລົງທຶນລະຫວ່າງ ຈີນ ກັບ ບັນດາປະເທດ ອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ:
        ໂດຍຫ່າງຈາກເມືອງເອກ ກວາງສີ, ປະເທດຈີນ ພຽງແຕ່ 200 ກິໂລແມັດ ແລະ ຮ່າໂນ້ຍ ກວ່າ 100 ກິໂລແມັດ ລ້າງເຊີນມີຕະຫຼາດດ້ວຍຈໍານວນພົນລະເມືອງຫຼາຍກວ່າ 50 ລ້ານຄົນ, ຂອບຂະໜາດ GDP ແມ່ນກວ່າ 300 ຕື້ USD ແລະ ເຂດນະຄອນຫຼວງແມ່ນ ກວ່າ 100 ຕື້ USD. ນີ້ແມ່ນ ທ່າໄດ້ປຽບສໍາຄັນທີີ່ສຸດ, ໂດຍສະເພາະແມ່ນເມື່ອພວກເຮົາເຊື່ອມຕໍ່ລະຫວ່າງບັນດາເສັ້ນທາງດ່ວນ ບັກຢາງ - ລ້າງເຊີນ, ອັນໄດ້ຊ່ວຍໃຫ້ ລ້າງເຊີນ ກ້າວໄປໄກອີກບາດກ້າວໜຶ່ງ”.
        ທີ່ກອງປະຊຸມ, ແຂວງ ລ້າງເຊີນ ໄດ້ປະກາດ ບົດບັນທຶກຊ່ວຍຈໍາວ່າດ້ວຍການລົງທຶນສະບັບຕ່າງໆ ການລົງນາມໃນສັນຍາຮ່ວມມືລົງທຶນ, ມອບໃບອະນຸຍາດໃຫ້ລົງທຶນ... ລວມມູນຄ່າຂຶ້ນເຖິງຫຼາຍກວ່າ ໜຶ່ງແສນຕື້ດົ່ງ (ກວ່າ 4,2 ຕື້ USD), ໃນນັ້ນ ສ່ວນຫຼາຍແມ່ນນັກລົງທຶນພາຍໃນປະເທດ.

ທ່ານ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບພະນັກງານຫຼັກແຫຼ່ງຂອງແຂວງລ້າງເຊີນ  (ພາບ: TTXVN)
      ພາຍຫຼັງເຂົ້າຮ່ວມກອງປະຊຸມ, ຕອນບ່າຍຂອງວັນດຽວກັນ, ທ່ານ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບພະນັກງານຫຼັກແຫຼ່ງຂອງແຂວງລ້າງເຊີນ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມໃນບໍລິເວນແຂວງ ແລະ ໃຫ້ຄໍາຊີ້ນໍາບາງໂຄງການພື້ນຖານໂຄງລ່າງສໍາຄັນຂອງແຂວງ. 
 (ແຫຼ່ງຄັດຈາກ VOV)
 

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top